ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google + App ສຳລັບ iPhone ປ່ອຍໃຫ້ດາວໂຫລດແລ້ວໃນ App Store

iOS Apps, social media, ຂ່າວໄອທີ

ຫລັງຈາກກ່ອນຫນ້ານີ້ ມີຂ່າວອອກມາວ່າ App ຂອງ Google + ບໍລິການເວັບສັງຄົມອອນໄລນ໌ຂອງ Google ໄດ້ຖືກສົ່ງຂຶ້ນໄປ App Store ຂອງ App ເພຶ່ອເຂົ້າຮັບການກວດສອບ. ເບິງຄືກັບວ່າ Apple ຈະຈົງໃຈທ່ວງຄວາມຈະເລີນ ຫລື ຄວາມຮືຮາຂອງ Google + ກໍ່ວ່າໄດ້ ເລີຍເຮັດໃຫ້ການກວດສອບຄ່ອນຄ້າງດົນ (ຄວາມຈິງອາດຈະເນຶ່ອງຈາກ ຄວາມເປັນສ່ວນໂຕຂອງຜູ້ໃຊ້ຫລາຍກວ່າ). ແລະແລ້ວລ່າສຸດ ບໍ່ຕ້ອງຖ້າອີກຕໍ່ໄປສຳລັບຜູ້ iPhone ທີ່ຫລິ້ນ Google + ຢູ່ ສາມາດດາວໂຫລດ App ຂອງ Google + ໄດ້ແລ້ວທີ່ App Store ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ.

ຢ່າງໃດກໍ່ຕາມ Google + ສຳລັບ iPhone ນີ້ຈະຮອງຮັບຕັ້ງແຕ່ iPhone 3G ຂຶ້ນໄປຈົນເຖິງ iPhone 4 ທີ່ໃຊ້ລະບົບປະຕິບັດການ iPhone 4 ຂຶ້ນໄປເທົ່ານັ້ນ. ແລະ ໃນສ່ວນຂອງ iPod touch ແລະ iPad ນັ້ນ ຍັງບໍ່ມີການຮອງຮັບແຕ່ຢ່າງໃດ. ແຕ່ສຳລັບໃຜທີ່ຢາກຫລິ້ນ Google + ແຕ່ຍັງບໍ່ມີ Invite ກໍ່ສາມາດຂໍເຂົ້າມາພ້ອມກັບ Email ແລ້ວທາງເຮົາຈະສົ່ງໃຫ້ທັນທີ. ແລະຫາກໃຜທີ່ຍັງບໍ່ຮູ້ຈັກ Google + ກໍ່ສາມາດເຂົ້າໄປອ່ານໄດ້ທີ່ Google ເປີດໂຕ Google + ບໍລິການເວັບສັງຄົມອອນໄລນ໌ ໃຫມ່ລ່າສຸດ

ດາວໂຫລດ: http://itunes.apple.com/us/app/google/id447119634?ls=1&mt=8

ທີ່ມາ – App Store

ລອງອ່ານກ່ຽວກັບ  Apple TV ຈະມີຍອດຂາຍເຖິງ 1ລ້ານ ພາຍໃນ ອາທິດນີ້

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to ທີ ພູມີຜົນ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.