ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google + ສຳລັບ iPhone ແລະ iPad ຖືກສົ່ງເຂົ້າໄປ App Store ແລ້ວ

ຂ່າວດ່ວນ

ລ່າສຸດ ບໍລິການໃຫມ່ຢ່າງ Google + ກໍ່ເລີ່ມຂັບເຄື່ອນຢ່າງວ່ອງໄວ ເຖິງວ່າຈະຍັງຢູ່ໃນຊ່ວງທົດສອບກໍ່ຕາມ, ເຊິ່ງກ່ອນຫນ້ານີ້ ຫລັງຈາກທີເປີດໃຫ້ທົດລອງ ທາງ Google ກໍ່ໄດ້ອອກ App Google + ສຳລັບ Android ອອກມາໃຫ້ໃຊ້ທັນທີ ແຕ່ຍັງບໍ່ທັນມີ Google + ທີ່ເປັນ App ສຳລັບ iPhone ແລະ iPad ແຕ່ຈະສາມາດໃຊ້ງານຜ່ານ Web App ໄດ້. ແຕ່ລ່າສຸດມີລາຍງານອອກມາວ່າ ທາງ Google ໄດ້ສົ່ງ App ຂອງ Google + ຂຶ້ນໄປຍັງ App Store ຂອງ Apple ແລ້ວ, ແລະໃນຂະນະນີ້ ຍັງຢູ່ໃນການກວດສອບ ແລະ ຄາດວ່າຫນ້າຈະສຳເລັດ ແລະ ອອກໃຫ້ດາວໂຫລດໄວໆນີ້ຢ່າງແນ່ນອນ.

ຢ່າງໃດກໍ່ຕາມ ຫາກ Google + ສຳລັບ iPhone ແລະ iPad ເລີ່ມອອກໃຫ້ດາວໂຫລດເມຶ່ອໃດ ທາງເວັບກໍ່ຈະຮີບນຳມາອັບເດດໃຫ້ຮັບຮູ້ທັນທີ່ ສຳລັບຜູ້ໃຊ້ iPhone ຫລື iPad ທີ່ໄດ້ມີສິດທົດລອງໃຊ້ Google + ກໍ່ອົດໃຈຖ້າກັນອີກຫນ້ອຍຫນຶ່ງ.

ທີ່ມາ – The Next Web

ລອງອ່ານກ່ຽວກັບ  We Seed ມາຫລິ້ນຫຸ້ນ ອອນໄລນ໌ເພຶ່ອ ເອົາຄວາມຮູ້ ແລະ ປະສົບການ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.