ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ກຳລັງອັບເດດ Android Market ໂສມໃຫມ່ ໃນໂທສັບມືຖື Android

ຂ່າວໄອທີ

ລ່າສຸດ Google ອອກມາປະາກາດຜ່ານບຼ໊ອກວ່າ ໃນໄວໆນີ້ທາງ Google ຈະອັບເດດ Android Market App ສຳລັບໂທລະສັບມືຖື Android ເວີຊັ່ນໃຫມ່ ເຊິ່ງຈະມີການປັບໂສມຫນ້າໃຫມ່ແບບຍົກເຄື່ອງ ແລ້ວເພີ່ມການເຂົ້າບໍລິການ ເຊົ່າຫນັງ ແລະ ຊື້ ebook ເຂົ້າໄປໃນ Android Market ເວີຊັ່ນໃຫມ່ນີ້ອີກດ້ວຍ.

ສຳລັບບໍລິການຫນ້າຕາໃຫມ່ຂອງ Android Market ກໍ່ຈະມີການປັບປຸງ ແລະ ອອກແບບຫນ້າ ສະແດງຜົນລາຍລະອຽດຂອງ App ໃຫ້ໃຊ້ງ່າຍ, ໄວຂຶ້ນ ແລະ ເປັນຕາໃຊ້ຫລາຍຂຶ້ນ, ພ້ອມນັ້ນຍັງມີການຈັດຫນ້າ Top ຕ່າງໆໄດ້ລະອຽດ ແລະເຂົ້າໃຈງ່າຍຂຶ້ນອີກດ້ວຍ (ຕົວຢ່າງເບິງຈາກວິດີໂອ).

ໃນສ່ວນຂອງທາງດ້ານບໍລິການເຊົ່າຫນັງນັ້ນ ຜູ້ໃຊ້ສາມາດເລືອກທີ່ຈະເບິງແບບ ອອຟໄລນ໌ ໄດ້ພ້ອມກັບຈະໄປປາກົດຢູ່ໃນທຸກອຸປະກອນ ທີ່ຢູ່ໃນບັນຊີດຽວກັນ. ສຳລັບໃນສ່ວນຂອງ ebook ກໍ່ເຊັ່ນດຽວກັນ ເມຶ່ອມີການສັ່ງຊື້ໂດຍຜ່ານອຸປະກອນໃດຫນຶງ ກໍ່ຈະໄປປາກົດຂຶ້ນຢູ່ໃນທຸກອຸປະກອນ ທີ່ໃຊ້ບັນຊີດຽວກັນ ລວມເຖິງເທິງຫນ້າເວັບອີກດ້ວຍ.

ຢ່າງໃດກໍ່ຕາມ ສຳລັບບໍລິການເຊົ່າຫນັງ ແລະ ຊື້ ebook ນັ້ນຍັງສາມາດຊື້ ຫລື ເຊົ່າໄດ້ພຽງໃນ ອາເມລິກາເທົ່ານັ້ນ ສຳລັບປະເທດອື່ນໆຕ້ອງລໍຖ້າກັນຕໍ່ໄປ. ແຕ່ Android Market ເວີຊັ່ນໃຫມ່ນີ້ຈະເລີ່ມອອກມາໃຫ້ອັບເດດແບບອັດຕະໂນມັດ ໃນໄວໆນີ້ແນ່ນອນ.

ທີ່ມາ: Google Blog

ລອງອ່ານກ່ຽວກັບ  ບໍລິການຍໍ້ລິ້ງຂອງ google ສາມາດມີ QR Code ໄດ້ທັນທີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.