ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ປັບປຸງຫນ້າຫລັກໃຫມ່ ພ້ອມເປີດທົດລອງຫນ້າຕາໃຫມ່ຂອງ Gmail

ຂ່າວໄອທີ

ໃຜທີ່ເຂົ້າເວັບໄຊຕ໌ Google ເພຶ່ອຊອກຫາຂໍ້ມູນໃນມື້ສອງມື້ທີ່ຜ່ານມາ ກໍ່ຈະຮູ້ສຶກວ່າ ຫນ້າຫລັກຂອງ Google ມີການປ່ຽນແປງໄປ ໂດຍຈະມີແທັບເມນູສີດຳຢູ່ທາງດ້ານເທິງຂອງຫນ້າຫລັກ, ມີໂລໂກ້ທີ່ນ້ອຍລົງ ແລະ ທາງດ້ານລຸ່ມຈະເລື່ອນລົງໄປຕິດຂອບສຸດ, ໃນສ່ວນຂອງຜົນການຄົ້ນຫາກໍ່ຍັງມີການປັບປຸງການວາງລິ້ງໃຫມ່ ໂດຍລິ້ງຈະຍ້າຍໄປຢູ່ທາງດ້ານເທິງຂອງຫົວຂໍ້ຜົນຄົ້ນຫາແຕ່ລະໂຕ ແລະ ກໍ່ມີການປັບປ່ຽນສີຕ່າງໆເລັກຫນ້ອຍ ເຖິງປານກາງ. ນອກນັ້ນ ຕາມລາຍງານ Google ຍັງໃຊ້ HTML, ແລະ WebGL ໃນການອອກແບບຫນ້າເວັບໃຫມ່ນີ້ອີກດ້ວຍ. (ຮູ້ສຶກຈະສະບາຍຕາ ແລະ ຫນ້າໃຊ້ຂຶ້ນ).

ນອກຈາກຫນ້າເວັບຂອງ Google Search ແລ້ວ ໃນສ່ວນຂອງ Gmail ກໍ່ຈະມີການປ່ຽນແປງຫນ້າຕາໃຫມ່ເຊັ່ນກັນ, ໂດຍລ່າສຸດ Google ເປີດໃຫ້ຜູ້ໃຊ້ ສາມາດທົດລອງໃຊ້ Gmail ຜ່ານຫນ້າຕາໂຕໃຫມ່ນີ້ ດ້ວຍການນຳໃຊ້ໃນລັກສະນະ Theme ເຊິ່ງຜູ້ໃຊ້ທີ່ຢາກຈະທົດລອງໃຊ້ຫນ້າຕາຂອງ Gmail ໂຕໃຫມ່ ກໍ່ສາມາດເຂົ້າໄປທົດລອງເບິງໄດ້ທີ່ Mail Settings -> Themes -> ແລ້ວກໍ່ເລືອກເອົາ Theme ທີ່ມີຊື່ວ່າ Preview ຫລື Preview (Dense). ພຽງເທົ່ານີ້ທ່ານກໍ່ຈະໄດ້ທົດລອງນຳໃຊ້ ຫນ້າຕາໃຫມ່ຂອງ Gmail ທີ່ກຳລັງຈະເລີ່ມອອກມາໃຊ້ກັນຢ່າສົມບູນໄວໆນີ້ ແລ້ວ. ນອກນັ້ນ ຫລັງຈາກທີ່ທົດລອງໃຊ້ Gmail ຫນ້າຕາໃຫມ່ ຫາກບໍ່ຖືກໃຈອັນໃດກໍ່ສາມາດຂຽນໄປຫາທີມງານຂອງເຂົາເຈົ້າໄດ້ຕາມລິ້ງນີ້ http://www.google.com/support/bin/request.py?hl=en&contact_type=surveyk&ctx=go ແຕ່ຂໍຖິ້ມທ້າຍຫນ້ອຍຫນຶ່ງວ່າ: ໃນການປ່ຽນໄປໃຊ້ Theme ໃຫມ່ຂອງ Gmail ກໍ່ຈະເຮັດໃຫ້ຫນ້າຕາຂອງ Calendar ປ່ຽນແປງໄປນຳ ແຕ່ບໍ່ຕ້ອງເປັນຫ່ວງ ຫາກບໍ່ມັກສາມາດປ່ຽນກັບມາເປັນແບບເກົ່າທີ່ເຄີຍໃຊ້ໄດ້.

ຈາກທີ່ເຫັນຫນ້າຕາຂອງ Gmail ໂຕໃຫມ່ ແລະ ກໍ່ຫນ້າເວັບຫລັກຂອງ Google ແລ້ວ ສັງເກດເຫັນວ່າ Google ຈະເນັ້ນຫນ້າຕາທີ່ປອດໂປ່ງ, ໃຊ້ງ່າຍ ແລະ ເບິ່ງເຫັນດີ, ນອກຈາກນີ້ມັນຍັງຈະຊ່ວຍໃຫ້ເຂົ້າກັບບໍລິການ ເວັບສັງູຄົມອອນໄລນ໌ທີ່ກຳລັງຈະມາໃຫ້ໃຊ້ກັນໄວໆນີ້ອີກດ້ວຍ ເພາະຫນ້າຕາຢູ່ໃນເວິດີໂອທົດລອງໃຊ້ Google + ກໍ່ຈະມີລັກສະນະແບບນີ້.

ທີ່ມາ – Google Blog(1), (2)

ລອງອ່ານກ່ຽວກັບ  Youtube ເພີ່ມ WebM ເຂົ້າມາເປັນອີກໜຶ່ງປະເພດວິດີໂອໃນ Youtube ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.