ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເປີດໂຕ Google + ບໍລິການເວັບສັງຄົມອອນໄລນ໌ ໃຫມ່ລ່າສຸດ

social media, ຂ່າວໄອທີ, ລາຍງານພິເສດ

ເບິງຄືກັບວ່າ Google ຈະຍັງບໍ່ຍອມຖອຍໃນເລື່ອງຂອງເວັບສັງຄົມອອນໄລນ໌ ຫລັງຈາກທີ່ບໍ່ປະສົບຄວາມສຳເລັດໃນ Google Wave. ໂດຍລ່າສຸດ Google ອອກມາເປີດໂຕບໍລິການເວັບສັງຄົມອອນໄລນ໌ໃຫມ່ ທີ່ຊື່ວ່າ Google +(Google Plus) ບໍລິການທີ່ຕອບໂຈດການເຊື່ອມຕໍ່ລະຫວ່າງຊີວິດຈິງ ກັບ ສັງຄົມອອນໄລນ໌.

ໃນ Google + ຈະມີບໍລິການ ຫລືຄວາມສາມາດຍ່ອຍໆແຍກກັນອອກໄປ ໂດຍຫລັກໆແລ້ວກໍ່ຈະເນັ້ນການແບ່ງປັນປະສົບການຕ່າງໆ ແບບໂລກອອນໄລນ໌ກັບຫມູ່ເພື່ອນ (ຄົນທີ່ຮູ້ຈັກໂດຍແທ້ຈິງ) ເຊິ່ງກໍ່ມີດັ່ງນີ້: +Circles, +Sparks, +Hangouts, +Mobile(ໂດຍລວມມີ +Location, +Instant Upload ແລະ  +Huddle) ເຊິງແຕ່ລະຢ່າງມີລາຍລະອຽດດັ່ງລຸ່ມນີ້:

+Circles: ເປັນການຈັດການ ແລະ ແບ່ງກູ່ມຂອງຫມູ່ ແລະ ຄົນຮູ້ຈັກ ລວມເຖິງຄອບຄົວ ເພຶ່ອແບ່ງແຍກລະດັບຄວາມສຳຄັນ ເພຶ່ອເຫມາະສົມກັບການແບ່ງປັນຂໍ້ມູນສ່ວນໂຕ ຫລື ການອັບເດດເລື່ອງລາວຕ່າງໆໃຫ້ຖືກກຸ່ມ ໂດຍຜູ້ໃຊ້ສາມາດເລືອກທີ່ຈະແບ່ງປັນຂໍ້ມູນ ຫລື ການອັບເດດຕ່າງໆຂອງຕົນໃຫ້ກັບ ກຸ່ມຂອງຂອງຫມູ່, ຄົນຮູ້ຈັກ, ຄອບຄົວ ແລະ ອື່ນໆ ໄດ້ ແລະ ຕົງຕາມເປົາຫມາຍຄວາມຕ້ອງການ ສຳລັບຄົນໃນກູ່ມທີ່ບໍ່ໄດ້ຖືກເລືອກ ກໍ່ຈະບໍ່ສາມາດເຫັນ ຫລື ເຂົ້າເຖິງໄດ້.

+Sparks: ເປັນຄວາມສາມາດຫນຶ່ງ ທີ່ຫນ້າສົນໃຈ, ເພາະມັນຄືການນຳເອົາບົດຄວາມ, ຮູບພາບ, ແລະ ອື່ນໆມາຮວມກັນ ແລ້ວແຊໄປຍັງຫມູ່ໃນກູ່ມ ທີ່ຕ້ອງການ ເພຶ່ອສົນທະນາ ແລກປ່ຽນຄວາມເຫັນກັນໄດ້ໃນກຸ່ມ ໂດຍຄົນອື່ນທີ່ບໍ່ໄດ້ຖືກເລືອກ ກໍ່ຈະບໍ່ສາມາດເຂົ້າເຖິງ ແລະ ຮັບຮູ້ໄດ້ ເຊິ່ງເຮັດໃຫ້ສະດວກ ແລະ ມີຄວາມເປັນສ່ວນໂຕເພີ່ມຂຶ້ນມາ ຫລາຍກວ່າເມຶ່ອທຽບກັບ Facebook.

+Hangouts: ໃນສ່ວນຂອງ +Hangouts ຈະເປັນການສົນທະນາແບບເປັນກຸ່ມ ເຊິ່ງເຊັ່ນດຽວກັນ ຜູ້ໃຊ້ສາມາດຈັດກຸ່ມ ແລ້ວເປີດການສົນທະນາໄດ້ ໂດຍຈະບໍ່ເປັນການໄປລົບກວນຜູ້ອື່ນ ຫາກຄົນໃດຫນຶ່ງໃນກຸ່ມບໍ່ວ່າງ ຫລື ບໍ່ສົນໃຈທີ່ຮ່ວມສົນທະນານຳ, ແຕ່ໃນທາງກັບກັນ ຫາກຄົນທີ່ຢູ່ໃນກຸ່ມທີ່ສ້າງຂຶ້ນມານັ້ນ ສົນໃຈ ແລ້ວຢາກຮ່ວມສົນທະນາກໍ່ສາມາດຄິກເຂົ້າໄປໄດ້ທັນທີຜ່ານວິດີໂອ.

+Mobile: ໃນສ່ວນຂອງ +Mobile ຈະເປັນການໃຊ້ງານຜ່ານອຸປະກອນພົກພາ ເຊິ່ງຈະກວມເອົາ +Location ສະຖານທີ່, +Instant Upload ອັບໂຫລດຮູບທັນໃຈ ແລະ  +Huddle ລະບົບຂໍ້ຄວາມ. ປະຈຸບັນ Google + ມີໃຫ້ດາວໂຫລດສຳລັບ Android ແລ້ວ ແລະ ໃນອີກບໍ່ດົນກໍ່ຈະມີເວີຊັ່ນໃນ iOS ອອກມາ. ມາເບິງຄວາມສາມາດຂອງ +Location, +Instant Upload ແລະ  +Huddle ກັນວ່າເປັນຄືແນວໃດ.

+Location: ເປັນການໃສ່ສະຖານທີ່ລົງໄປໃນການອັບເດດສະຖານະ ຫລື ການອັບເດດຕ່າງໆ (ຄ້້າຍໆກັບ Twitter) ເຊິ່ງໃນການໃສ່ສະຖານທີ່ລົງໄປນັ້ນ ເຮົາຍັງສາມາດເບິງໄດ້ອີກວ່າ ຫມູ່ຜູ້ໃດ ທີ່ຢູ່ໄກ້ກັບເຮົາ ເຊິ່ງອາດຈະບັງເອີນໄປເຈີກັນໃນຮ້ານຄ້າໃດຫນຶ່ງກໍ່ໄດ້ ເພຶ່ອຈະໄດ້ທັກທາຍກັນ.(ຜູ້ໃຊ້ສາມາດເລືອກທີ່ຈະລະບຸຕຳແຫນ່ງ ຫລື ສະຖານທີ່ຂອງໂຕເອງ ຫລື ບໍ່ລະບຸກໍ່ໄດ້).

+Instant Upload: ເປັນການອັບໂຫລດຮູບພາບຕ່າງໆຈາກໂທລະສັບ ຫລື ອຸປະກອນພົກພາຂອງຕົນເອງ ໄດ້ທັນທີ ຫລັງຈາກທີ່ມີການຖ່າຍອອກມາ, ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ສະດວກໃນການອັບໂຫລດ ຫລື ຈັດການຮູບ ໄດ້ງ່າຍຂຶ້ນ ແລະ ຫລັງຈາກທີ່ມັນຖືກອັບໂຫລດຂຶ້ນໄປ ມັນກໍ່ຈະຖືກຕັ່ງໃຫ້ເປັນ ອັລບັ້ມ ສ່ວນໂຕທັນທີ.

 

ຢ່າງໃດກໍ່ຕາມ Google + ຍັງບໍ່ັທັນໄດ້ອອກມາໃຫ້ກັບຜູ້ໃຊ້ທຸກຄົນ ເຊິ່ງໃນປະຈຸບັນ Google ຈະຍັງເປີດໃຫ້ກັບຜູ້ໃຊ້ບາງກຸ່ມທີ່ໄດ້ຮັບການເຊີນເທົ່ານັ້ນ, ນອນນັ້ນ ກໍ່ຍັງມີ App ອອກມາໃຫ້ກັບຜູ້ໃຊ້ທີ່ໄດ້ຮັບການເຊີນເຂົ້າໄປທົດລອງອີກດ້ວຍ ໂດຍປະຈຸບັນຍັງມີພຽງແຕ່ເວີຊັ່ນສຳລັບ Android ເທົ່ານັ້ນ ເຊິ່ງສາມາດເຂົ້າໄປດາວໂຫລດໄດ້ທີ່ Android Market ແລະສຳລັບ iOS ກໍ່ຄາດວ່າຫນ້າຈະອອກມາໃນຕອນທີ່ Google+ ເລີ່ມເປີດໃຫ້ໃຊ້ຢ່າງເຕັມໂຕ. ວິດີໂອກ່ຽວກັບ ແຕ່ລະບໍລິການຍ່ອຍ ສາມາດເບິງໄດ້ຈາກທ້າຍບົດຄວາມ. ລາຍລະອຽດກ່ຽວກັບ Google + ສາມາດເຂົ້າໄປເບິ່ງໄດ້ທີ່ http://plus.google.com

ທີ່ມາ – Google Blog

ລອງອ່ານກ່ຽວກັບ  Google TV ໄດ້ເວລາເບິງທໍລະທັດ ເເລະ ທ່ອງເວັບ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.