ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແນະນຳເກມ Fruit Slice ແລະ Fruit Ninja (Free) ສຳລັບຜູ້ໃຊ້ Android

Android Apps, FREE WARE

ດົນໆສິມາອັບເດດ ຫລື ແນະນຳ App ສຳລັບ Android ເທຶ່ອຫນຶ່ງ, ມື້ນີ້ກັບມາກໍ່ມາແນະນຳເກມມ່ວນໆ ທີ່ຫລິ້ນບໍ່ຍາກ ແລະ ຟຼີ ສຳລັບຜູ້ໃຊ້ Android ເຊິ່ງໄດ້ແກ່ Fruit Slice ແລະ ກໍ່ Fruit Ninja.

ເວົ້າເຖິງ Fruit Ninja ແລ້ວໃຜກໍ່ອາດຈະຮູ້ຈັກດີເລີຍກໍ່ວ່າໄດ້ ເພາະເປັນເກມຫນຶ່ງທີ່ດັງພໍສົມຄວນ ໃນລະບົບປະຕິບັດການ iOS ແລະ ກໍ່ມາລົງໃນ Android ໃນໄລຍະຫນຶ່ງທີ່ຜ່ານມາ. ແຕ່ Fruit Ninja ນັ້ນບໍ່ໄດ້ເປັນເກມທີ່ແຈກຟຼີແບບເຕັມໂຕ, ເຊິ່ງຈະວາງຂາຍໃນ Android Market ໃນລາຄາ $1.29 ແຕ່ກໍ່ເປັນຂ່າວດີ ທີ່ບໍ່ຫລາຍອາທິດມານີ້ Fruit Ninja ໄດ້ອອກເວີຊັ່ນຟຼີອອກມາໃຫ້ຜູ້ໃຊ້ ໄດ້່ໂຫລດໄປລອງຫລິ້ນກັນ.

ແຕ່ເມຶ່ອເວົ້າເຖິງ Fruit Slice ແລ້ວ ເຊຶ້ອວ່າຫລາຍຄົນກໍ່ຍັງອາດຈະບໍ່ຮູ້ຈັກ ຫລື ບາງຄົນອາດຈະຮູ້ຈັກແລ້ວ. ເຊິ່ງໃນ Fruit Slice ນີ້ຈະເປັນເກມລັກສະນະດຽວກັບ Fruit Ninja ແບບທີ່ວ່າ ກ໊ອບກັນອອກມາເລີຍກໍ່ໄດ້. ແຕ່ Fruit Slice ຈະແຈກຟຼີແບບເຕັມໂຕເລີຍ, ບໍ່ມີການອັບເກຼດ ບໍ່ມີເວີຊັນເສຍເງິນ.


ເນຶ້ອຫາຫລືວິທີການຫລິ້ນຂອງ Fruit Slice ແລະ Fruit Ninja ນີ້, ກໍ່ບໍ່ມີຫຍັງຊັບຊ້ອນ, ເຊິງຈະມີໂມດໃຫ້ເລືອກຄື ໂຫລດຈັບເວລາ, ໂຫມດປົກກະຕິ. ເຊິ່ງໃນໂຫມດຈັບເວລານັ້ນຜູ້ຫລິ້ນຈະຕ້ອງໃຊ້ນິ້ວສຳພັດໄປທີ່ຫນ້າຈໍເພຶ່ອຟັນຫມາກໄມ້ໃຫ້ຂາດ ແລະ ໃຫ້ໄດ້ຂະແນນຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້ໃນເວລາທີ່ກຳນົດອອກມາ. ສ່ວນໂຫມດປົກກະຕິນັ້ນ ເປັນໂຫມດເກັບສະຖິຕິ ບໍ່ມີກຳນົດເວລາ ເຊິ່ງຜູ້ໃຊ້ສາມາດຟັນຫມາກໄມ້ໃຫ້ຂາດໃຫ້ໄດ້ຂະແນນຫລາຍທີ່ສຸດ ໂດຍສາມາດພາດໄດ້ພຽງສາມອັນເທົ່ານັ້ນ, ແລະນອກນັ້ນຍັງຈະມີລູກລະເບີດປະປົນຂຶ້ນມາກັບຫມາກໄມ້ ເຊິ່ງຫາກຜູ້ຫລິ້ນໄປຟັນເອົາລະເບີດ ກໍ່ຈະຖືວ່າຈົບເກມທັນທີ.

ເວົ້າແລ້ວທ່ານຜູ້ອ່ານກໍ່ອາດຈະຢາກລອງກັນແລ້ວ, ກໍ່ໄປດາວໂຫລດໄດ້ເລີຍໃນ Android Market ແບບຟຼີໆໂດຍໃສ່ຄຳຄົ້ນວ່າ Fruit Slice ແລະ Fruit Ninja. ຫລື ຈະເປັນລິ້ງທາງດ້ານລຸ່ມນີ້ກໍ່ໄດ້ເຊັ່ນດຽວກັນ.

Fruit Slice: https://market.android.com/details?id=com.droidhen.fruit

Fruit Ninja Free: https://market.android.com/details?id=com.halfbrick.fruitninjafree

 

ລອງອ່ານກ່ຽວກັບ  NoteBook ຖືກລັກຫລືເສຍ ຫາຄືນໄດ້ຫາກທ່ານໃຊ້ໂປຼເເກຼມ Prey

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.