ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ຈັບມືກັບ Skype ເປີດບໍລິການ Facebook Video Calling ແລ້ວ

ຂ່າວໄອທີ

ລ່າສຸດ Facebook ໄດ້ຈັບມືກັບ Skype ເພຶ່ອອອກບໍລິການ Facebook Video Calling ຫລື Video Chat ນັ້ນເອງ. ເຊິ່ງໃນບໍລິການ Facebook Video Calling ກໍ່ບໍ່ມີຫຍັງແປກໃຫມ່ຫລາຍ ນອກຈາກ ຜູ້ໃຊ້ເທິງ Facebook ຈະສາມາດລົມການແບບເຫັນຫນ້າ ໂດຍຜ່ານບໍລິການນີ້. ໃນການໃຊ້ງານຂອງບໍລິການ Facebook Video Calling ນີ້ ຜູ້ໃຊ້ຈະຕ້ອງ ເຂົ້າໄປເປີດໃຊ້ ໂດຍເຂົ້າໄປທີ່ http://www.facebook.com/videocalling ຫລັງຈາກນັ້ນ ກໍ່ຈະມີການທ້ວງຂຶ້ນມາໃຫ້ດາວໂຫລດສ່ວນ ເສີມ ຫລື ປັກອິນ ສຳລັບເຮັດ Video Call ຂອງ Facebook ໄປຕິດຕັ້ງ, ຫລັງຈາກນັ້ນ ກໍ່ຈະສາມາດໂທແບບເຫັນຫນ້າກັບຫມູ່ທີ່ຢູ່ເທິງ Facebook ໄດ້ທັນທີ່​, ແຕ່ ທັງຫມູ່ຂອງທ່ານກໍ່ຈະຕ້ອງເປີດບໍລິການ Facebook Video Calling ແລະ ຕິດຕັ້ງສ່ວນເສີມລົງໄປເຊັ່ນກັນ.

ນອກຈາກນີ້ Skype ກໍ່ຍັງໄດ້ອອກ Skype beta 5.3 ແລະ beta 5.5 ເພຶ່ອກ່ຽມການເຮັດວຽກຮ່ວມກັບບໍລິການຂອງ Facebook ຢ່າງເຕັມຮູບແບບອີກດ້ວຍ, ເຊິ່ງໃນ Skype beta 5.3 ນັ້ນກໍ່ຈະສາມາດໃຊ້ງານ Facebook ໄດ້ໃນໂຕ ເຊັ່ນການອ່ານການອັບເດດສະຖະນະຕ່າງໆ, ການ Comment ລວມໄປເຖິງກົດ Like ໄດ້ຈາກໂຕ Skype ໄດ້ເລີຍ(ວ່າໄປມັນກໍ່ເປັນ ໂປຼແກຼມ Facebook ໄປໃນໂຕ). ນອນນັ້ນ ໃນ Skype 5.5 beta ຍັງສາມາດແຊັດກັບຫມູ່ທີ່ຢູ່ໃນ Facebook ໂດຍຜ່ານ Skype ໄດ້ທັນທີ ຫລື ທີ່ເອີ້ນວ່າ Instant messaging  ແລະ ຍັງລວມເຖິງ ສາມາດເຮັດ Video Call ຈາກ Skype ຫາຫມູ່ທີ່ໃຊ້ບໍລິການ Facebook Video Calling ເທິງຫນ້າເວັບໄດ້ອີກດ້ວຍ.

ຂໍ້ດີຈາກຫລາຍໆສິ່ງທີ່ເວົ້າມາທາງເທິງນີ້ຄື: ຜູ້ໃຊ້ຈະສາມາດໃຊ້ໂປຼແກຼມ Skype ເພຶ່ອຫລິ້ນ Facebook ເຊິ່ງຈະສະດວກສະບາຍ ສຳລັບຄົນທີ່ມັກຫລິ້ນ Skype ຢູ່ແລ້ວ, ບໍ່ຕ້ອງໄປຊອກຫາຫມູ່ ຫລື ສະຫມັກໃຫມ່ ກໍ່ມີບັນຊີຫມູ່ຂຶ້ນມາໃຫ້ເລືອກ, ແລະ ໂປຼແກຼມ Skype ເອງກໍ່ຈະກາຍເປັນ App ຫລື ໂປຼແກຼມຂອງ Facebook ໄປໃນໂຕ.

ທີ່ມາ – Facebook ແລະ Skype 

 

 

 

ລອງອ່ານກ່ຽວກັບ  Skype ບຸກຕະຫຼາດ Android ເປີດຮອງຮັບ Video Call ໃນ Android ອີກຫຼາຍລຸ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.