ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Android Market ເວີຊັ່ນໃຫມ່ ເລີ່ມປ່ອຍໃຫ້ຜູ້ໃຊ້ບາງສ່ວນ ອັບເດດແລ້ວ

Android Apps, ຂ່າວດ່ວນ

ຫລັງຈາກທີ່ Google ໄດ້ປະກາດອອກມາ ວ່າຈະອັບເດດ Android Market App ທີ່ມີຮູບຮ່າງຫນ້າຕາໃຫມ່, ລ່າສຸດກໍ່ມີຂ່າວອອກມາວ່າ Google ເລີ່ມປ່ອຍໃຫ້ຜູ້ໃຊ້ບາງສ່ວນອັບເດດແລ້ວ, ເຊິ່ງຄາດຫນ້າຈະທົ່ວເຖິງກັນໄວໆນີ້. ເຊິ່ງໃນ Android Market ເວີຊັ່ນລ່າສຸດນີ້ ຈະເປັນເວີຊັ່ນທີ 3.0.27; ເຊິ່ງເປັນການປຽນແປງຄັ້ງຍິ່ງໃຫຍ່ເລີຍກໍ່ວ່າໄດ້ໂດຍຈະເພີ່ມຫມວດເຊົ່າຫນັງ, ຊື້ eBook ແລະ ການຈັດຫມວດ App ແລະ Game ຕ່າງໆໃຫ້ຜູ້ໃຊ້ເຂົ້າໃຈງ່າຍຂຶ້ນ.

ສຳລັບໃຜທີ່ເປັນແຟນໆ Android ຫລື ໃຊ້ Android ຢູ່ແຕ່ຍັງບໍ່ມີການແຈ້ງເຕືອນໃຫ້ອັບເດດ ກໍ່ສາມາດເຂົ້າໄປດາວໂຫລດໄຟລ໌ Apk ທາງລິ້ງດ້ານລຸ່ມແລ້ວນຳໄປຕິດຕັ້ງໄດ້ເລີຍ. ແຕ່ຢ່າລືມວ່າ Android Market ໂຕໃຫມ່ນີ້ຈະຮອງຮັບຕັ້ງແຕ່ Android 2.2 ຂຶ້ນໄປເທົ່ານັ້ນ.

ດາວໂຫລດ: Android Market

ລອງອ່ານກ່ຽວກັບ  HP Touchpad ມີລາຄາຂຶ້ນມາ ເມຶ່ອຕິດຕັ້ງລະບົບປະຕິບັດການ Android ລົງໄປ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຖາມແດ່ດຸທ່ານຜູ້ຮູ້ທັງຫລາຍ ລະຫວ່າງລະບົບປະຕິບັດການແອນດ່ອຍ ກັບ ວິນເຈັດ ໃນສະມາກໂຟນໂຕໃດຫນ້າໃຊ້ກ່ວາກັນວະ?

    1. ສ່ວນຕົວແລ້ວ ຂ້າພະເຈົ້າວ່າ Android ເປັນຕາໃຊ້ກວ່າ Windows Phone 7. ແຕ່ຫາກບໍ່ຄົນທີ່ເຄີຍໃຊ້ Windows Mobile ຫລື Windows Phone ມາແລ້ວກໍ່ອາດຈະມັກ Windows Phone 7.

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.