Posts Comments

ທ່ານກຳລັງຢູ່: ຫນ້າຫລັກ » Android Apps, ຂ່າວດ່ວນ » Android Market ເວີຊັ່ນໃຫມ່ ເລີ່ມປ່ອຍໃຫ້ຜູ້ໃຊ້ບາງສ່ວນ ອັບເດດແລ້ວ

ຫລັງຈາກທີ່ Google ໄດ້ປະກາດອອກມາ ວ່າຈະອັບເດດ Android Market App ທີ່ມີຮູບຮ່າງຫນ້າຕາໃຫມ່, ລ່າສຸດກໍ່ມີຂ່າວອອກມາວ່າ Google ເລີ່ມປ່ອຍໃຫ້ຜູ້ໃຊ້ບາງສ່ວນອັບເດດແລ້ວ, ເຊິ່ງຄາດຫນ້າຈະທົ່ວເຖິງກັນໄວໆນີ້. ເຊິ່ງໃນ Android Market ເວີຊັ່ນລ່າສຸດນີ້ ຈະເປັນເວີຊັ່ນທີ 3.0.27; ເຊິ່ງເປັນການປຽນແປງຄັ້ງຍິ່ງໃຫຍ່ເລີຍກໍ່ວ່າໄດ້ໂດຍຈະເພີ່ມຫມວດເຊົ່າຫນັງ, ຊື້ eBook ແລະ ການຈັດຫມວດ App ແລະ Game ຕ່າງໆໃຫ້ຜູ້ໃຊ້ເຂົ້າໃຈງ່າຍຂຶ້ນ.

ສຳລັບໃຜທີ່ເປັນແຟນໆ Android ຫລື ໃຊ້ Android ຢູ່ແຕ່ຍັງບໍ່ມີການແຈ້ງເຕືອນໃຫ້ອັບເດດ ກໍ່ສາມາດເຂົ້າໄປດາວໂຫລດໄຟລ໌ Apk ທາງລິ້ງດ້ານລຸ່ມແລ້ວນຳໄປຕິດຕັ້ງໄດ້ເລີຍ. ແຕ່ຢ່າລືມວ່າ Android Market ໂຕໃຫມ່ນີ້ຈະຮອງຮັບຕັ້ງແຕ່ Android 2.2 ຂຶ້ນໄປເທົ່ານັ້ນ.

ດາວໂຫລດ: Android Market

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ

ມີການຕອບທັງຫມົດ 2 ຄວາມເຫັນ

  1. ຖາມແດ່ດຸທ່ານຜູ້ຮູ້ທັງຫລາຍ ລະຫວ່າງລະບົບປະຕິບັດການແອນດ່ອຍ ກັບ ວິນເຈັດ ໃນສະມາກໂຟນໂຕໃດຫນ້າໃຊ້ກ່ວາກັນວະ?

    • Souliyo Windows 7 Google Chrome 13.0.782.109 says:

      ສ່ວນຕົວແລ້ວ ຂ້າພະເຈົ້າວ່າ Android ເປັນຕາໃຊ້ກວ່າ Windows Phone 7. ແຕ່ຫາກບໍ່ຄົນທີ່ເຄີຍໃຊ້ Windows Mobile ຫລື Windows Phone ມາແລ້ວກໍ່ອາດຈະມັກ Windows Phone 7.

ບ່ອນສະເເດງຄວາມຄິດເຫັນ

ທ່ານຕ້ອງ ລັອກອິນ ຫລື ສະຫມັກສະມາຊິກ ກ່ອນ ຈຶ່ງຈະສາມາດຕອບ ຫລື ໂພສຄວາມເຫັນໄດ້.

ຂຶ້ນໄປເທິງສຸດ


Copyright © 2009-2012 Souliyo Co., Ltd. All Rights Reserved.
ຂ່າວໄອທີ  •  Free Ware  •  Gadget  •  ຂ່າວດ່ວນ  •  How to...  •  ລາຍງານພິເສດ  •  ຕິດຕໍ່ເຮົາ