ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Dell ຈະອອກແທັບເລັດ 10ນິ້ວ ແລະ Dell Streak 7 ຕຽມອັບເດດ Honeycomb

ຂ່າວໄອທີ, ແທັບເລັດ

ຫລ້າສຸດມີຮູບລຸດອອກມາ(ຕາມຮູບທາງດ້ານລຸ່ມ) ວ່າ Dell ກຳລັງຈະອອກແທັບເລັດລຸ້ນໃຫມ່ທີ່ມີຂະຫນາດ 10ນິ້ວ ແລະ ໃຊ້ລະບົບປະຕິບັດການ Android 3.2 ຫລື Honeycomb ເວີຊັ່ນຫລ້າສຸດ, ເຊິ່ງກ່ອນຫນ້ານີ້ກໍ່ມີຂ່າວລືອອກມາແລ້ວເຊັ່ນກັນ. Dell ແທັບເລັດລຸ້ນຫລ້າສຸດທີ່ກຳລັງຈະມາໄວໆນີ້ ເປັນແທັບເລັດໂຕດຽວກັບທີ່ຕົກເປັນຂ່າວເມຶ່ອສອງສາມເດືອນທີ່ຜ່ານມາ ແລະມັນກໍ່ມີຊື່ວ່າ Streak Pro.

ຢ່າງໃດກໍ່ຕາມສະເປັກໂດຍລວມຍັງບໍ່ມີຫຍັງເປີດເຜີຍອອກມາຫລາຍ, ເຊິງຕາມລາຍງານບອກວ່າຫນ້າຈໍຈະມີຂະຫນາດ 10.1ນິ້ວ ມີຄວາມລະອຽດ 1280 x 800 ພິກເຊັວ, ໃຊ້ຫນ່ວຍປະມວນຜົນ Dual-Core  Nvidia Tegra 2 ຂະຫນາດ 1Ghz ຄາດວ່າຫນ້າຈະເປັນໂຕດຽວກັບທີ່ໃຊ້ໃນ Dell Streak 7, ຈະມີ Ram ຂະຫນາດ 1GB ແລະມາກັບກ້ອງຫລັງ 5MP ແລະ ກ້ອງຫນ້າ 2MP. ສຳລັບລະບົບປະຕິບັດການນັ້ນມີການຄາດການໄວ້ວ່າ ຫນ້າຈະມາພ້ອມກັບ Honeycomb 3.1 ຫລື ທີ່ດີສຸດອາດຈະເປັນ 3.2

ນອກຈາກຂ່າວຂອງ Dell Streak Pro ແລ້ວ, ຕາມທີ່ເຫັນໃນຮູບ, ຈະສັງເກດເຫັນວ່າມີ Dell Streak 7 ທີ່ໃຊ້ລະບົບປະຕິບັດການ Android Honeycomb ຢູ່, ເຊິ່ງນັ້ນຫມາຍຄວາມວ່າ ໃນອີກບໍ່ດົນນີ້ Dell Streak 7 ອາດຈະໄດ້ຮັບການອັບເກດເປັນ Honeycomb ຢ່າງເປັນທາງການຈາກ Dell ແນ່ນອນ ເຊິ່ງອາດຈະເປັນ 3.0 ຫລື 3.1 ກໍ່ຍັງບໍ່ຮູ້ເທຶ່ອ.

ທີ່ມາ – Android Community

ລອງອ່ານກ່ຽວກັບ  Toshiba ເຄາະລາຄາ ແລະ ວັນວາງຈຳຫນ່າຍ ຂອງແທັບເລັດ Trive ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.