ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Dell ເປີດໂຕ Streak Pro ແທັບເລັດ Honeycomb ຢ່າງເປັນທາງການແລ້ວ

ຂ່າວໄອທີ, ແທັບເລັດ

ຫລັງຈາກຂ່າວລືກ່ຽວກັບ Dell Streak Pro, ຫລ້າສຸດ Dell ກໍ່ໄດ້ເປີດໂຕ Dell Streak Pro ຢ່າງເປັນທາງການແລ້ວ, ແຕ່ເທຶ່ອນີ້ Dell ເລືອກທີ່ຈະໄປເປີດໂຕທີ່ປະເທດຈີນ. ສຳລັບສະເປັກຂອງ Dell Streak Pro ກໍ່ເປັນໄປຕາມຂ່າວລືທີ່ໄດ້ອັບເດດມາໃຫ້ອ່ານກ່ອນຫນ້ານີ້ຄື: ໃຊ້ຫນ່ວຍປະມວນຜົນ NVIDIA Tegra 2 T20 ຄວາມໄວ 1Ghz, ໃຊ້ Ram ຂະຫນາດ 1GB ເປັນ DDR2, ມີຫນ້າຈໍຂະຫນາດ 10.1ນິ້ວ ຄວາມລະອຽດ 1,280 x 800 ທີ່ມີແກ້ວຫນ້າຈໍເປັນ Gorilla Glass ເຊິ່ງຈະຊ່ວຍເລື່ອງກັນຮອຍຕ່າງໆໄດ້, ມີກ້າງຫລັງ 5ລ້ານພິກເຊັວ ແລະ ກ້ອງຫລັງ 2ລ້ານພິກເຊັວ, ຮອງຮັບກາດຄວາມຈຳແບບ SDHC, ສາມາດໃຊ້ງານຕໍ່ເນື່ອງໄດ້ດົນເຖິງ 12ຊົ່ວໂມງ,  ໃຊ້ລະບົບປະຕິບັດການຈະເປັນ Android Honeycomb 3.1 ຮອງຮັບ Wifi ແລະ ມີຫນ່ວຍຄວາມຈຳຂະຫນາດ 16GB ທີ່ຈະມາພ້ອມພື້ນທີ່ເກັບຂໍ້ມູນໄວ້ເທິງ Cloud ຈຳນວນ 2GB, ທັງຫມົດນີ້ມີລາຄາທີ່ $465.

ໃນສ່ວນຂອງຮູບຮ່າງ ແລະ ນ້ຳຫນັກຂອງ Dell Streak pro ນີ້ຈະມີຄວາມຫນາ 13ມມ, ແລະມີນ້ຳຫນັກ 727 ກຼາມ, ເຊິ່ງຈາກທີ່ເຫັນໃນຮູບ ແລະ ທຽບກັບແທັບໂຕອື່ນໆແລ້ວ ຖືວ່າ Dell Streak pro ມີຮູບຫ່າງຄ່ອນຂ້າງຫນາ ແລະ ຫນັກ. ເຊິ່ງ Samsung Galaxy Tab 10.1 ຫນາເທົ່າກັບເຄິງດຽວຂອງ Dell Streak pro ເທົ່ານັ້ນ.

ຫລັງຈາກທີ່ຂ່າວນີ້ເປັນຄວາມຈິງ ຕາມຮູບລຸດອອກມາ, ສະນັ້ນ ເລື່ອງຂອງ Dell Streak 7 ກໍ່ຄວາມເປັນໄປໄດ້ສຸງທີ່ຈະໄດ້ອັບເກຼດເປັນ Honeycomb ແລະ ກໍ່ອາດຈະເປັນ 3.1 ຫລາຍກວ່າທີ່ຈະເປັນ 3.2

ທີ່ມາ – Engadget

ລອງອ່ານກ່ຽວກັບ  Drama ລະຫວ່າງ Apple, Google ແລະຜູ້ໃຊ້ ກັບການ Tracking Location

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.