ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Yahoo ມາແປກ ປ່ອຍແອັບຯ AppSpot ພ້ອມບໍລິການ App Search

ຂ່າວໄອທີ

ປະຈຸບັນ App ໃນ App Store ຂອງ Apple ກໍ່ມີຫລາຍກວ່າ 425,000 ພ້ອມກັບ Android Market ອີກ 200,000ກວ່າແອັບຯ ເຊິງເຮັດໃຫ້ຜູ້ໃຊ້ສາມາດຫາ App ດີໆທີ່ຖືກໃຈໄດ້ຍາກຈາກການຄົ້ນຫາໃນ App Store ຫລື Android Market ສະນັ້ນປະຈຸບັນ Yahoo ກໍ່ເລີຍອອກບໍລິການຄົ້ນຫາ App ດ້ວຍ App ແລະ ຄົ້ນຫາ App ຈາກບໍລິການ Search ຂອງຕົນເອງອີກດ້ວຍ.

ເຊິ່ງລ່າສຸດ Yahoo ກໍ່ປະກາດເປີດໂຕບໍລິການພ້ອມກັບ App ໃຫມ່ຄື: ບໍລິການ App Search (ບໍລິການຄົ້ນຫາ App ເທິງຫນ້າເວັບ) ແລະ ກໍ່ປ່ອຍ App ສຳລັບ iOS ແລະ Android ຊື່ AppSpot (ເປັນ App ໄວ້ຄົ້ນຫາ App) ເຊິ່ງທັງສອງຢາງນີ້ນັ້ນຈຸດຫມາຍດຽວກັນຄືການຄົ້ນຫາ App ດ້ວຍ Keyword ແຕ່ຈະຕ່າງກັນຢູ່ທີ່ວ່າ AppSpot ເປັນ App ສຳລັບ Android ແລະ iOS ເຊິ່ງໃຊ້ສຳລັບຄົ້ນຫາ App ໂດຍບໍ່ຕ້ອງເຂົ້າເວັບ, ສ່ວນ  App Search ຈະໃຫ້ບໍລິການເທິງຫນ້າເວັບໂດຍເນັ້ນຜູ້ໃຊ້ຄອມພິວເຕີໃຫ້ສາມາດຄົ້ນຫາ App ໃຫ້ກັບອຸປະກອນຂອງຕົນເອງໄດ້ ທັງ Android ແລະ iOS.

ໃນ AppSpot ແລະ App Search ນີ້ ທາງ Yahoo ບອກວ່າມີຄວາມແນ່ນອນ ແລະ ຄົ້ນຫາໄດ້ຜົນລັບທີ່ດີກວ່າ ນອກນັ້ນຍັງຈະມີລະບົບການໃຫ້ຄະແນນ, ການລີວິວ, ພ້ອມນັ້ນຍັງມີການສະແດງຜົນ App ທີ່ຄ້າຍຄືກັນ ແລະສະແດງລາຄາໃຫ້ພ້ອມໃນບ່ອນດຽວກັນ. ສ່ວນໃນຂັ້ນຕອນການດາວໂຫລດກໍ່ງ່າຍໆ ເພາະມັນຈະເຂົ້າໄປຍັງຫນ້າດາວໂຫລດຂອງໃນ App Store ຫລື Android market ທັນທີເພຶ່ອດາວໂຫລດ.

ສຳລັບບໍລິການ App Search ນັ້ນສາມາດເຂົ້າໄປຄົ້ນຫາ ຫລື ທົດລອງໃຊ້ໄດ້ແລ້ວທີ່ http://apps.search.yahoo.com ສ່ວນໃນດ້ານຂອງ AppSpot ສຳລັບ iOS ແລະ Android ກໍ່ສາມາດເຂົ້າໄປດາວໂຫລດໄດ້ຈາກ Android Market ຫລື ລິ້ງທາງລຸ່ມນີ້:

AppSpot For Android: https://market.android.com/details?id=com.yahoo.mobile.client.android.appspot

AppSpot For iOS: http://itunes.apple.com/us/app/y-appspot/id434682382?mt=8

ທີ່ມາ – Yahoo Blog


ລອງອ່ານກ່ຽວກັບ  iOS 4.2.1 ຖືກ Jailbreak ແລ້ວ ໂດຍ redsn0w 0.9.6b4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.