ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iOS 5 ຈະມີການແຈ້ງເຕືອນ ເມຶ່ອມີການໂທຜ່ານສັນຍານທີ່ບໍ່ໄດ້ເຂົ້າລະຫັດ

ຂ່າວດ່ວນ, ຂ່າວໄອທີ

ຫລັງຈາກ iOS 5 ອອກມາໃຫ້ນັກພັດທະນາໄດ້ທົດລອງ ແລະ ກໍ່ມີລາຍງານຕ່າງໆອອກມາ ແຕ່ລາຍງານລ່າສຸດໂຕນີ້ຫນ້າສົນໃຈ ຄື iOS 5 ມັນຈະແຈ້ງເຕືອນຂຶ້ນມາຫາຜູ້ໃຊ້ ເມຶ່ອມີການໂທ ຫລືສົນທະນາເທິງເຄຶ່ອຂ່າຍທີ່ບໍ່ໄດ້ເຂົ້າລະຫັດຄວາມປອດໄພ ເຊິ່ງຜູ້ໃຊ້ທີ່ບໍ່ເປັນຫ່ວງເລື່ອງນີ້ ກໍ່ມີສິດທີ່ຈະເລືອກປະຕິເສດການແຈ້ງເຕືອນ ແລະ ຮັບສາຍສົນທະນາຕໍ່ໄດ້ ເຊິ່ງຈະສ່ຽງຕໍ່ການຖືກດັກຟັງໄດ້, ແຕ່ສຳລັບຜູ້ທີ່ ເປັນຫ່ວງເລື່ອງຄວາມປອດໄພ ຫລື ຄວາມລັບ ກໍ່ຈະສາມາດຮູ້ ແລະ ປະຕິດເສດການສົນທະນານັ້ນໆໄດ້ທັນທີ.

ຜົນດີຂອງການແຈ້ງເຕືອນ ກ່ຽວກັບຄວາມປອດໄພໃນການສົນທະນາຜ່ານເຄຶ່ອຂ່າຍໂທລະສັບກໍ່ຄື ຜູ້ໃຊ້ຈະສາມາດຮູ້ໄດ້ວ່າ ຕົນເອງກຳລັງມີການສົນທະນາທີ່ເປັນສ່ວນໂຕ ແລະ ເປັນຄວາມລັບຫລືບໍ່.

ທີ່ມາ – 9 to 5 Mac

ລອງອ່ານກ່ຽວກັບ  Galaxy Player ຄູ່ແຂ່ງ iPod Touch ກຳລັງຈະມາທີ່ CES 2011

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.