ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ຂາຍ iPhone 4 ລຸ້ນປົດລັອກ ໃນອາເມລິກາຢ່າງເປັນທາງການແລ້ວ

ຂ່າວດ່ວນ, ຂ່າວໄອທີ, ໂທລະສັບ

ລ່າສຸດ Apple ໄດ້ເລີ່ມຂາຍ iPhone 4 ລຸ້ນປົດລັອກຢ່າງເປັນທາງການ ໃນອາເມລິກາແລ້ວ ເຊິ່ງຈະລວມທັງສີຂາວ ແລະ ສີດຳ ໂດຍມີລາຄາ $649 ສຳລັບ 16GB ແລະ $749 ສຳລັບ 32GB. ເຊິ່ງ iPhone 4 ລຸ້ນປົດລັອກທີ່ Apple ເລີ່ມວາງຂາຍນີ້ ແມ່ນຈະສາມາດໃຊ້ກັບລະບົບ GSM ໄດ້ທົ່ວໂລກ ພຽງແຕ່ນຳຊິມກາດຂອງເບີ GSM ມາໃສ່ ແລ້ວກໍ່ນຳເຂົ້າໄປ Activate ໃນ iTunes ເທົ່ານີ້ກໍ່ສາມາດໃຊ້ງານໄດ້ແລ້ວ. ເຊິ່ງຄາດວ່າໃນອານາຄົດເມຶ່ອອັບເດດເປັນ iOS 5 ແລ້ວ ກໍ່ຄົງຈະບໍ່ຕ້ອງເຊື່ອມຕໍ່ກັບ iTunes ເພຶ່ອ Activate ອີກຕໍ່ໄປ.

ສຳລັບໃຜທີ່ມີພີ່ນ້ອງຢູ່ທາງອາເມລິກາ ແລະ ກໍ່ເຊຶ່ອວ່າຄົງຈະມີຫລາຍຄົນທີ່ມີ ຫາກຢາກໄດ້ iPhone 4 ປະຈຸບັນກໍ່ສົມຄວນ ແລະ ເປັນຕາຊື້ແລ້ວເພາະຈະບໍ່ໄດ້ຫຍຸ້ງຍາກກັບການຖ້າປົດລັອກ ຫລື ໄປຫາຮ້ານຕ່າງໆ ໃນລາຄາພຽງ $649 ແລະ $749 ເທົ່ານັ້ນ.

ລາຍລະອຽດເພີ່ມເຕີມ: http://store.apple.com/us/product/MC603LL/A?mco=MjI4NTM2NTM

ລອງອ່ານກ່ຽວກັບ  ຂ່າວລື: Apple ຕຽມຈັດງານກ່ຽວກັບເລື່ອງ Media ໃນທ້າຍເດືອນມັງກອນນີ້.

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.