ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Twitter ປັບປຸງລະບົບຄົ້ນຫາ ແລະ ເປີດບໍລິການຝາກຮູບຂອງໂຕເອງ

social media, ຂ່າວໄອທີ

ລ່າສຸດ Twitter ອອກມາປະກາດຜ່ານບ໊ອກຂອງຕົນເອງກ່ຽວກັບການປັບປຸງລະບົບການຄົ້ນຫາແບບໃຫມ່ ເຊິ່ງຜູ້ໃຊ້ສາມາດຄົ້ນຫາຈາກເຄື່ອງຫມາຍ # ແລ້ວຕາມດ້ວຍຂໍ້ຄວາມ (#keywords) ແລະ ຜ່ານຊື່ User ໄດ້ ໂດຍການໃສ່ @ ແລ້ວຕາມດ້ວຍ Username (@souliyo). ເຊິ່ງຜົນການຫານັ້ນຈະສະແດງຮູບ ແລະ ວິດີໂອອອກມາໃຫ້ພ້ອມທັນທີອີກດ້ວຍ. ນອກນັ້ນສຳລັບຜູ້ທີ່ໃຊ້ Firefox with Twitter ເວີຊັ່ນໃຫມ່ ກໍ່ຈະສາມາດເລືອກທີ່ຈະຄົ້ນຫາໃນ Twitter ໂດຍຜ່ານ address bar ໄດ້ເລີຍທັນທີ.

ນອກນັ້ນແລ້ວທາງ Twitter ຍັງໄດ້ມີການຮ່ວມມືກັບ PhotoBucket ເພຶ່ອເປີດບໍລິການຝາກຮູບຂອງຕົນເອງ ໂດຍທີ່ມີ PhotoBucket ເປັນໂຮດສຳລັບເກັບຮູບໃຫ້, ແລະຕໍ່ໄປຜູ້ໃຊ້ App ຂອງ Twitter ບໍ່ວ່າຈະເປັນລະບົບປະຕິບັດການໃດກໍ່ຕາມ ກໍ່ຈະສາມາດແນບຮູບ ຫລື ອັບໂຫລດຮູບໂດຍຜ່ານບໍລິການຂອງ Twitter ໄດ້ໂດຍກົງ. ຢ່າງໃດກໍ່ຕາມ ສຳລັບລະບົບຝາກຮູບຂອງ Twitter ນັ້ນ ຈະເລີ່ມເປີດໃຫ້ໃຊ້ງານໃນອີກບໍ່ດົນນີ້ ສຳລັບ ຜູ້ໃຊ້ທີ່ບໍ່ໄດ້ໃຊ້ SmartPhone ກໍ່ອາດຈະສາມາດອັບໂຫລດຮູບຜ່ານການສົ່ງ MMS ແທນໄດ້ເຊັ່ນກັນ.

ເຊິ່ງຈາກການວິເຄາະເຖິງການອອກບໍລິການຝາກຮູບຂອງ Twitter ນີ້ ມັນອາດຈະສົ່ງຜົນກະທົບເຖິງບໍລິການຂອງບໍລິສັດທີສາມ ຢ່າງເຊັ່ນ: Twitpic, Yfrog ແລະ ໂຕອື່ນໆອີກ ເນື່ອງຈາກ ຫາກຜູ້ໃຊ້ທະວິດເຕີ ສາມາດແນບຮູບໄປກັບຂໍ້ຄວາມທີ່ທະວີດໄປໄດ້ແລ້ວ ກໍ່ຄົງບໍ່ຈຳເປັນຕ້ອງໃຊ້ບໍລິການຝາກຮູບຈາກບໍລິສັດທີ 3 ພວກນັ້ນ.

ທີ່ມາ -​ Twitter Blog

ລອງອ່ານກ່ຽວກັບ  Dell Streak ເລີ່ມວາງລົງຕະຫລາດ ໃນສະຫະລັດຯ ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.