ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Tumblr ມີຈຳນວນບຼ໊ອກຫລາຍແຊງຫນ້າ WordPress.com ໄປແລ້ວ

ຂ່າວໄອທີ

ລ່າສຸດສຸດ Tumblr ຜູ້ໃຫ້ບໍລິການສ້າງບຼ໊ອກທີ່ມີອາຍຸ 4ປີ ໄດ້ມີຈຳນວນບຼ໊ອກແຊງຫນ້າອ້າຍໃຫຍ່ຢ່າງ WordPress.com ທີ່ມີອາຍຸ 8ປີ ໄປແລ້ວ. ໂດຍກ່ອນຫນ້ານີ້ໃນເດືອນມັງກອນ ຫລື ຕົ້ນປີທີ່ຜ່ານມາ Tumblr ມີບຼ໊ອກທັງຫມົດໃນບໍລິການຂອງໂຕເອງປະມານ 7ລ້ານບຼ໊ອກ, ແຕ່ມາເຖິງປະຈຸບັນ ໃຊ້ເວລາປະມານພຽງ 6ເດືອນເທົ່ານັ້ນ ກໍ່ມີການຂະຫຍາຍໂຕຂຶ້ນມາເຖິງ 3ເທົ່າ ຈາກໃນຕົ້ນປີ. ເຊິ່ງປະຈຸບັນ Tumblr ມີຈຳນວນບ໊ອກທັງຫມົດປະມານ 20,873,182 ບຼ໊ອກ(ແລະຈະເພີ່ມຂຶ້ນເລື້ອຍໆ) ແລະ ກໍ່ແຊງອ້າຍໃຫຍ່ WordPress.com ທີ່ມີຈຳນວນບຼ໊ອກທັງຫມົດປະມານ 20,787,904ບຼ໊ອກ (ແລະຈະເພີ່ມຂຶ້ນເລື້ອຍໆ) ແລະ ການນັບຈຳນວນບຼ໊ອກຂອງ WordPress ນັ້ນຈະບໍ່ລວມກັບຄົນທີ່ນຳເອົາລະບົບ WordPress ໄປຕິດຕັ້ງໃນໂຮດຂອງຕົນເອງ.

ການທີ່ຍອດຜູ້ໃຊ້ ຫລື ຈຳນວນບຼ໊ອກຂອງ Tumblr ຫລາຍຂຶ້ນຢ່າງວ່ອງໄວນັ້ນ ອາດຈະດ້ວຍຄວາມທີ່ໃຊ້ງານງ່າຍ ແລະ ບໍ່ຊັບຊ້ອນ ກໍ່ເລີຍມເຮັດໃຫ້ຕອບໂຈດກັບຜູ້ໃຊ້ທົ່ວໄປທີ່ບໍ່ຄ່ອຍມີປະສົບການໃນການສ້າງ ຫລື ຄວບຄຸມບຼ໊ອກ ໄດ້ກ້າວລົງມາໃຊ້ກັນເປັນຈຳນວນຫລາຍ. ຢ່າງໃດກໍ່ຕາມໃນປະຈຸບັນບໍລິສັດຕ່າງໆທີ່ກ່ຽວກັບສື່ຄວາມບັນເທີງ, ຂ່າວ ແລະ ແຟສັ່ນຕ່າງໆ ກໍ່ເລີ່ມຫັນມາໃຊ້ Tumblr ກັນຫລາຍຂຶ້ນແລ້ວ ແລະ ກໍ່ໃຊ້ໃນທາງທີ່ແຕກຕ່າງຈາກການນຳໃຊ້ WordPress.

ທີ່ມາ – Mashable

ລອງອ່ານກ່ຽວກັບ  ແຈກ E-Book ສອນຕິດຕັ້ງເວັບ ດ້ວຍ Wordpress ແບບລະອຽດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.