ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Toshiba ເຄາະລາຄາ ແລະ ວັນວາງຈຳຫນ່າຍ ຂອງແທັບເລັດ Trive ແລ້ວ

ຂ່າວໄອທີ, ແທັບເລັດ

ກ່ອນຫນ້ານີ້ທາງ Toshiba ໄດ້ເຜີຍແທັບເລັດຂະຫນາດໂຕທຳອິດຂອງທາງບໍລິສັດ ໃນເວັບໄຊຕ໌ Amazon ເຊິ່ງແທັບໂຕນັ້ນກໍ່ຊື່ວ່າ Trive ມີຂະຫນາດ 10.1ນິ້ວ, ເຊິ່ງກ່ອນຫນ້ານີ້ທາງເວັບໄຊຕ໌ກໍ່ໄດ້ລາຍງານໄປແລ້ວເຖິງສະເປັນ ແລະ ລາຍລະອຽດຂອງແທັບເລັດໂຕນີ້. (ເບິ່ງຂ່າວເກົ່າ)

ລ່າສຸດກໍ່ມີລາຍງານອອກມາແລ້ວວ່າ Toshiba ຈະເລີ່ມເປີດໃຫ້ຈອງແທັບເລັດ Trive ໃນວັນທີ່ 13ເດືອນນີ້ ແລະ ຈະເລີ່ມວາງຂາຍໃນກາງເດືອນ ກໍລະກົດນີ້. ສຳລັບ Trive ນີ້ຈະມີໃຫ້ເລືອກທັງຫມົດສາມຂະຫນາດຄວາມຈຳພ້ອມລາຄາທີ່ຖືກວ່າ ແທັບເລັດເຈົ້າອື່ນໆຫນ້ອຍຫນຶ່ງຄື: ລຸ້ນ8GB ລາຄາ$429, ລຸ້ນ16GB ລາຄາ $479, ແລະ ລຸ້ນ 32GB ລາຄາ $579.

ຕາມທີ່ຮູ້ກັນຈາກລາຍງານກ່ອນຫນ້ານີ້ວ່າ Trive ຈະມາກັບຫນ່ວຍປະມວນຜົນ Tegra 2 ພ້ອມກັບມີ WiFi, Bluetooth, full-sized USB ແລະ ພອດ HDMI; ພ້ອມດ້ວຍ ຊ່ອງໃສ່ SD Card, ກ້ອງຫນ້າ 2 ລ້ານພິກເຊວ ແລະ ກ້ອງຫລັງ 5ລ້ານພິກເຊວ. ແຕ່ສຳລັບລະບົບປະຕິບັດການນັ້ນ ຄາດວ່າຈະບໍ່ມາກັບ Android 3.0 ຕາມທີ່ໄດ້ປະກາດກ່ອນຫນ້ານີ້ ແຕ່ຈະເປັນ Android 3.1 ລຸ້ນລ່າສຸດ ທີ່ Google ຫາກໍ່ເປີດໂຕ ແລະ ອັບເກຼດໃຫ້ກັບ Motorola Xomm ໄປ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  HTC ຟ້ອງກັບແອບເປີນຂໍ້ຫາລະເມີດສິດທິບັດ ຂໍໃຫ້ຫ້າມຂາຍ iPhone

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.