ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຄິບໂປຼໂຫມດ Skype ສຳລັບ iPad ຫລຸດທົ່ວເນັດ, ຄາດວ່າຈະມາໄວໆນີ້

ຂ່າວໄອທີ

ລ່າສຸດມີຄິບວິດີໂອໂປຼໂຫມດ Skype ສຳລັບ iPad (ສຳລັບ iPad ໂດຍສະເພາະ) ຫລຸດອອກໃນ Youtube, ໂດຍຫນ້າຕາກໍ່ຈະແຕກຕ່າງອອກໄປຈາກລຸ້ນ iPhone ເນື່ອງຈາກຂະຫນາດຫນ້າຈໍ, ຮອງຮັບການເຮັດ Video Call ແລະ ອື່ນໆ. ຕາມລາຍງານຍັງບອກວ່າ Skype ສຳລັບ iPad ນີ້ຈະລວມເອົາຄວາມສາມາດທັງຫມົດໃນ ລຸ້ນຂອງ iPhone ມາໃສ່, ແຕ່ຫນ້າເສຍດາຍ Skype ສຳລັບ iPad ຈະບໍ່ມີຄວາມສາມາດຂອງການສົ່ງໄຟລ໌.

ຢ່າງໃດກໍ່ຕາມ ຄາດວ່າຕໍ່ຈາກນີ້ບໍ່ດົນ ເຮົາອາດຈະໄດ້ເຫັນ Skype ສຳລັບ iPad ອອກມາໃຫ້ດາວໂຫລດໄປໃຊ້ກັນຢ່າງແນ່ນອນ, ແລ້ວຫາກມັນອອກມາມື້ໃດ ທາງເວັບຈະຮີບນຳມາລາຍງານທັນທີ. ສາມາດເບິງວິດີໂອດັ່ງກ່າວໄດ້ທ້າຍຂ່າວ

ທີ່ມາ – Engadget

ລອງອ່ານກ່ຽວກັບ  ຮວບຮວມໂປຼແກຼມຟຼີດີໆ ທີ່ຄວນມີໄວ້ໃນເຄື່ອງ ປະຈຳປີ 2010

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.