ເລື່ອງລາວຂອງ TECH, STARTUP, ແລະ DIGITAL

PhoneIt-iPad ເຮັດໃຫ້ iPad 3G ຂອງທ່ານ ສາມາດໂທອອກໄດ້ (Jailbreak)

ຂ່າວໄອທີ

ລ່າສຸດກຸ່ມແຮັກເກີທີ່ຊື່ວ່າ iPhoneIslam ໄດ້ແຮັກ ແລະນຳເອົາຄວາມສາມາດໃນການໂທເຂົ້າ-ຮັບສາຍ, ສົ່ງຂໍ້ຄວາມ (SMS) ຍັດລົງໄປໃນ iPad 3G ທີ່ໄດ້ເຮັດການ​ Jailbreak ແລ້ວ. ເຊິ່ງຕອນນີ້ທາງກຸ່ມ iPhoneIslam ກໍ່ໄດ້ປ່ອຍ App ທີ່ຈະເຮັດໃຫ້ iPad 3G ໂທ ແລະ ສົ່ງຂໍ້ຄວາມໄດ້ຄືກັບ iPhone ແລ້ວຜ່ານທາງ Cydia ແຕ່ຈະຕ້ອງໄດ້ຊື້ Activate Key ຫລື ຈະຕ້ອງຊື້ License ຂອງ App ນີ້ໃນລາຄາ $19.99. ເຊິ່ງຫາກໃຜທີ່ໃຊ້ iPad 3G ຢູ່ແລ້ວຢາກໃຫ້ໂທອອກ ຫລື ສົ່ງຂໍ້ຄວາມໄດ້ຄືກັບ iPhone ກໍ່ອາດຈະລອງຈົກກະເປົາຊື້ມາໃຊ້ເບິງກໍ່ໄດ້ ເພາະອາດຈະຄຸ້ມຄ່າ ສຳລັບລັບເງິນ $19.99.

ແຕ່ສຳລັບໃຜທີ່ຈະຕັດສິນໃຈຊື້ກໍ່ຕ້ອງບອກກ່ອນວ່າ App ນີ້ຮອງຮັບແຕ່ iPad 3G ທີ່ໄດ້ເຮັດການ Jailbreak ແລ້ວ ເຊິ່ງແນ່ນອນ iPad 2 ຍັງ Jailbreak ບໍ່ໄດ້ ກໍ່ອົດໃຊ້ກັນໄປ, ຕໍ່ມາລະບົບປະຕິບັດການ iOS ຈະຕ້ອງເປັນ iOS 4.3.3 (ບໍ່ແນ່ໃຈວ່າ ເວີຊັ່ນເກົ່າກວ່ານິຈະເຮັດໄດ້ບໍ່) ແລະສຸດທ້າຍແມ່ນ App ນີ້ຈະບໍ່ຮອງຮັບການສົ່ງ MMS ເຊິ່ງຈະຮອງຮັບພຽງແຕ່ການໂທອອກ, ໂທເຂົ້າ, ແລະ ສົ່ງ SMS ເທົ່ານັ້ນ.

ສຳລັບລາຍລະອຽດເພີ່ມເຕີມເຂົ້າໄປເບິງໄດ້ທີ່: http://www.iphoneislam.com/phoneitipad/

ວິດີໂອຕົວຢ່າງ:

ລອງອ່ານກ່ຽວກັບ  redsn0w ສຳລັບ Jailbreak iOS 4.3.1 ມາແລ້ວ ແຕ່ບໍ່ຮອງຮັບ iPad 2

Souliyo

Co-Founder and CTO of BIZGITAL and LOCA

Comments
  1. where to buy itune gift card i really want to buy Activate code for this app
    i am already Jailbreak for 4.3.3 but no visa card

    1. This app is not in the AppStore, you don’t need to use iTunes Gift Card. To buy active code of this app you have to pay by debit or credit card like a Visa or Master etc…

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.