ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ດ່ວນ: OS X Lion ຈະມາກາງເດືອນຫນ້າ, iPhone 5 ຈະມາວັນທີ່ 7ກັນຍາ ນີ້

ຂ່າວດ່ວນ, ຂ່າວໄອທີ

ລ່າສຸດມີຂ່າວອອກມາອອກມາ ເຊິ່ງເປັນຂ່າວກ່ຽວກັບ iPhone 5, iOS 5, ແລະ ລະບົບປະຕິບັດການສຳລັບ Mac ເວີຊັ່ນໃຫມ່ OS X Lion ເຊິ່ງໃນຂ່າວເປັນການລະບຸຈາກຈົດຫມາຍຂອງ Tim Cook ປະທານຟ່າຍປະດິບັດການ ຂອງ​ Apple ເຊິ່ງໄດ້ລຸດອອກມາ ແລະ ເນຶ້ອໃນກໍ່ແຈ້ງໃຫ້ຮູ້ດັ່ງລຸ່ມລຸ່ມນີ້:

– OS X Lion ລະບົບປະຕິບັດການລຸ້ນລ່າສຸດຂອງເຄື່ອງ Mac ຈະເລີ່ມວາງຂາຍຢ່າງເປັນທາງການສຳລັບຜູ້ໃຊ້ທົ່ວໄປເມຶ່ອວັນທີ່ 14ກໍລະກົດ ຫລື ກາງເດືອນຫນ້ານີ້.

– iOS 5 ລະບົບປະຕິບັດການລ່າສຸດຂອງ iPhone, iPod Touch ແລະ iPad ຈະອອກມາໃຫ້ຜູ້ໃຊ້ທົ່ວໄປໄດ້ອັບເດດຢ່າງເປັນທາງການໃນວັນທີ່ 7ກັນຍານີ້ ແລະ ທີ່ສຳຄັນໃນວັນທີ່ 7ກັນຍາ ຈະເປັນວັນຈັດງານເປີດໂຕ iPhone 5 ອີກດ້ວຍ. ສຳລັບໃຜທີ່ກຳລັງຈະຕັດສິນໃຈຊື້ iPhone ໃນຕອນນີ້ ກໍ່ຄວນທີ່ຈະອົດໃຈຖ້າອີກຈັກຫນ້ອຍ ເພຶ່ອກຽມຊື້ iPhone 5 ໄປເລີຍຈະເປັນການດີ ເພາະລາຄາຂອງມັນ ເມຶ່ອອອກມາກໍ່ຈະເທົ່າກັບ iPhone 4 ທີ່ວາງຂາຍໃນປະຈຸບັນ.

ຢ່າງໃດກໍ່ຕາມ ຂ່າວນີ້ມີຄວາມເປັນໄປໄດ້ສູງເນື່ອງຈາກຫລາຍສາມາເຫດດັ່ງນີ້: ໃນຊ່ວງ ເດືອນກັນຍາຂອງທຸກປີ ທາງ Apple ຈະມີການຈັດງານເປີດໂຕອຸປະກອນເຄື່ອງຫລິ້ນເພງ ແລະມັນຕິມີເດຍຢ່າງ iPod Shuffle, iPod touch, ແລະ iPod Nano. ອັນດັບຕໍ່ມາແມ່ນ ອັນເນື່ອງມາຈາກ ຫລັງຈາກທີ່ Apple ເປີດໂຕ iOS 5 ໃນງານ WWDC 2011 ທີ່ຜ່ານມາ ແຕ່ຍັງບໍ່ທັນໃຫ້ຜູ້ໃຊ້ທົ່ວໄປອັບເດດໄດ້ທັນທີ ແລະ ກໍ່ບອກວ່າຈະເລີ່ມໃຫ້ຜູ້ໃຊ້ອັບເດດຢ່າງເປັນທາງການໃນຊ່ວງໄຕມາດສຸດທ້າຍ ເຊິ່ງກໍ່ກົງກັບວັນທີ ທີ່ໄດ້ລະບຸໄປທາງເທິງນັ້ນ ຄືວັນທີ່ 7ກັນຍາ. ສະນັ້ນຂ່າວນີ້ຈຶ່ງມີຄວາມເປັນໄປໄດ້ສູງເຖິງ 80-90%.

ດາວໂຫລດ PDF ໄຟລ໌ ຂອງຈົດຫມາຍດັ່ງກ່າວ: http://technetec.com/wp-content/uploads/2011/06/Apple-Technician-Document-CLASSIFIED.pdf

ທີ່ມາ – Technetec

ລອງອ່ານກ່ຽວກັບ  ຫນັງສື ຊິວະປະຫວັດຂອງ Steve Jobs ເຫລັ້ມທຳອິດ ຈະຖືກຕີພິມ 2012 ນີ້

Souliyo

Co-Founder and CTO of BIZGITAL and LOCA

Comments
  1. i5 ມາຄົງຈະບໍ່ຊື້ເພາະມີ i4 ຢູ່ແລ້ວອີກຢ່າງກະເອົາໃຈຢາກຈຸກຈິກນິຍົມກັນຊື່ໆລາຄາກະແພງອີກອີຫຍັງກະຕ້ອງແມ່ນເງິນຊື້ເອົາເກືອບໝົດຄວາມສາມາດມາດກະງັ້ນໆ ຕອນນີ້ເທໃຈໃຫ້ SS II ໄປແລ້ວ ແຕ່ມັກສຸດໆຄື HTC EVO 3D

    1. ມັນເອົາໃຈຍາກຈັງໃດ ຊາເຮົາຄິດວ່າມັນບໍ່ເອົາໃຈຫຍາກດອກ ຫາກມັນເປັນເຄື່ອງທີ່ປົດລັອກມາໂດຍກຳເນີດ ແລະກໍ່ໃຊ້ແບບປົກກະຕິ ໂດຍທີ່ບໍ່ Jailbreak. ອີກຢ່າງເຮົາວ່າ iOS ມີປະສິດທິພາບສູງກວ່າ Android ຫລາຍ ລວມເຖິງ App ຕ່າງໆ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.