ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ເຜີຍ Nokia N9 ເພຶ່ອປະກາດສັກດາ ກູ້ຊື່ສຽງຂອງ SmartPhone

ຂ່າວໄອທີ, ໂທລະສັບ

ລ່າສຸດ Nokia ໄດ້ເຜີຍ Nokia N9 ໂທລະສັບສະມາດໂຟນລຸ້ນລ່າສຸດຂອງທາງໂນເກຍ ທີ່ງານ Nokia Conversation 2011 ປະເທດສິງກະໂປ, ຈາກການສັງເກດເບື່ອງຕົນເຫັນໄດ້ວ່າ Nokia N9 ອາດຈະມາເປັນເສົາຫລັກ ເພຶ່ອຍາດສ່ວນແບ່ງຕະຫລາດ ຫລື ກູ້ຊື່ສຽງໃຫ້ສະມາດໂຟນຂອງ Nokia ໃຫ້ກັບຄືນມາອີກເທຶ່ອຫນຶ່ງ.

ຕາມລາຍງານ Nokia N9 ຈະມາກັບລະບົບປະຕິບັດການ MeeGo, ການອອກແບບໂຕເຄື່ອງຈະເປັນ Unibody ບໍ່ສາມາດຖອດແບັດເຕີລີ່ໄດ້ ນອກນັ້ນຍັງມີຫນ້າຈໍທີ່ໂຄ້ງມົນ ແລະ ບໍ່ມີປຸ່ມ Home ຫລື Menu ໃດໆ ແຕ່ຈະໃຊ້ການໃຊ້ນິ້ວມື ເລື່ອນຈາກຂອບຈໍດ້ານຫນຶ່ງໄປຫາດ້ານຫນຶ່ງແທນ.

ສຳລັບສະເປັກຂອງ Nokia N9 ຈະມີດັ່ງລຸ່ມນີ້:

  • ຫນ້າຈໍ AMOLED ຂະຫນາດ 3.9ນິ້ວ ຄວາມລະອຽດ​ (854 x 480).
  • ໃຊ້ CPU ເປັນ OMAP3630 ຄວາມໄວ 1GHz ພ້ອມກັບ Ram ອີກ 1GB.
  • ການເຊື່ອມຕໍ່ຈະຮອງຮັບ Quad-band GSM ແລະ penta-band WCDMA ພ້ອມນັ້ນຍັງມີ Bluetooth 2.1, NFC, ແລະ GPS.
  • ຮອງຮັບ WIFI 802.11a/b/g/n ພ້ອມກັບຄວາມສາມາດ Wifi Hotspot (ເປັນໂຕແຈກ WIFI).
  • ກ້ອງ 8 ລ້ານພິກເຊວ ມາພ້ອມກັບ Carl Zeiss ແລະ Dual LED Flash ຮອງຮັບການຖ່າຍວິດີໂອຄວາມລະອຽດລະດັບ HD 720p.
  • ຊ່ອງໃສ່ຊິມກາດຈະເປັນແບບ micro SIM
  • ມີທັງຫມົດສາມສີໃຫ້ເລືອກຄື: ດຳ, ຟ້າ ແລະ ບົວ.
  • ຂະຫນາດຄວາມຈຳ ມີສອງຂະຫນາດຄື 16GB ແລະ 64GB.
  • ລະບົບປະຕິບັດການຄາດວ່າຫນ້າຈະເປັນ MeeGo 1.2

ຕາມທີ່ເຫັນສະເປັກ ແລະ ລາຍລະອຽດເບື້ອງຕົ້ນ ກໍ່ຖືວ່າຫນ້າສົນໃຈຫລາຍ ສຳລັບ Nokia N9 ແລະ ກໍ່ຄາດວ່າຈະໄດ້ຜົນຕອບຮັບທີ່ດີ ເນື່ອງຈາກການອອກແບບໂຕເຄື່ອງທີ່ມີສີສັນສວຍງາມ ພ້ອມກັບລະບົບປະຕິບັດການທີ່ໄດ້ຮັບການປັບປຸງໃຫມ່ລ່າສຸດຢ່າງ MeeGo ແລ້ວ, ບໍ່ແນ່ມັນອາດຈະເປັນສະມາດໂຟນທີ່ດຶງຊື່ສຽງກັບຄືນມາໃຫ້ທາງ Nokia ພ້ອມກັບເປັນຕົ້ນແບບຂອງ ສະມາດໂຟນ Nokia ລຸ້ນຕໍ່ໆໄປ ລວມເຖິງ Nokia Windows Phone.

ສຳລັບລາຄາ ແລະ ລາຍລະອຽດອື່ນໆຍັງບໍ່ມີການເປີດເຜີຍ, ແຕ່ສຳລັບການວາງຈຳຫນ່າຍນັ້ນ ຄາດວ່າຈະບໍ່ເກີນປີນີ້ແນ່ນອນ, ເນື່ອງຈາກ Nokia ກໍ່ໄດ້ສັນຍາວ່າ ຜູ້ໃຊ້ຈະໄດ້ເຫັນ Nokia Meego Phone ພາຍໃນປີນີ້. ສຳລັບຮູບພາບເພີ່ມເຕີມເບິ່ງໄດ້ທີ່ທ້າຍຂ່າວ. ສຳລັບລາຍລະອຽດເພີ່ມເຕີມ ພ້ອມກັບ Feature ຕ່າງໆຂອງ Nokia N9 ສາມາດໄປເບິ່ງໄດ້ທີ່ http://swipe.nokia.com/features/

ທີ່ມາ – Engadget

ຕົວຢ່າງການໃຊ້ງານ: http://www.engadget.com/2011/06/21/nokia-n9-first-hands-on/


ລອງອ່ານກ່ຽວກັບ  Apple ປະກາດຈັດງານ WWDC 2011 ຂຶ້ນໃນວັນທີ 6 ມິຖຸນາ ນີ້

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຫຸຫູ່ ເປັນລະບົບປະຕິບັດການ Meego ອິກມັກຕົງທີ່ເປີດຫລີ້ນຫລາຍຫນ້າໄດ້ພ້ອມກັນ….
    ສີງາມ ແຕ່ກ້ອງໜ້າຫາຍ, ດ້້ານໜ້າງາມສຸດໆ ແຕ່ດ້ານຫລັງມັນຄືວ່າເປັນແນວໃດບຸແລະໃຮຄວາມຮູ້ສຶກສ່ວນຕົວ….

    1. ເຮົາວ່າມັນທຽບກັບ iPhone 4 ໄດ້ເລີຍໃດນິ ຫາກເບິງໃນແງ່ຫນ້າຕາ ແລະ ການອອກແບບ

  2. ຍາກໄດ້
    ຄົງສິເຂົ້າລາວຕິ
    ແຕ່ປະມານ 4-5ເຄື່ອງໜື່ງຕິ
    ລາຄາປະມານ 6,XXX.XXX ກີບ ນິລາ

Leave a Reply to tham Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.