ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສະຖິຕິຕ່າງໆ ທີ່ Apple ໄດ້ປະກາດໃນງານ WWDC 2011

ຂ່າວໄອທີ

ໃນງານ WWDC 2011 ທາງ Apple ກໍ່ໄດ້ປະກາດສະຖິຕິຕ່າງໆກ່ຽວກັບຜະລິດຕະພັນຂອງຕົນເອງ ຄວບຄູ່ກັບການປະກາດການເຜີຍຟີເຈີໃຫມ່ໃນ Lion, iOS 5 ແລະ ກໍ່ ບໍລິການໃຫມ່ຢ່າງ iCloud ເຊິ່ງສະຖິຕິຕ່າງໆມີດັ່ງລຸ່ມນີ້:

ຍອດຜູ້ໃຊ້ Mac ໃນປະຈຸບັນມີ 54ລ້ານຜູ້ໃຊ້ທົ່ວໂລກ ເຊິ່ງພ້ອມຂຶ້ນມາ 28% ແຕ່ໃນທາງກັບກັນຍອດຜູ້ໃຊ້ PC ຫລື Windows ລຸດລົງ 1% ເຊິ່ງແຕ່ລະມີຜູ້ຍອດຜູ້ໃຊ້ Mac ຈະເພີ່ມຂຶ້ນທຸກໆປີ ແລະ ຍັງເປັນອັນດັບຫນຶ່ງຂອງຜູ້ຜະລິດຄອມພິວເຕີໃນທຸກໆໄຕມາດ ຕະຫລອດ 5ປີທີ່ຜ່ານມາ (ທຽບໃສ່ແຕ່ລະເຈົ້າ). ຮ້ານ Mac App Store ກາຍເປັນຊ່ອງທາງການຊື້ຂາຍໂປຼແກຼມອັນດັບຫນຶ່ງ ເມຶ່ອທຽບກັບຮ້ານຄ້າທີ່ວາງຂາຍໂປຼແກຼມຢ່າງ Best Buy, Walmart, ແລະ Office Depot.

ໃນສ່ວນຂອງ iDevice ກໍ່ມີສະຖິຕິໃຫມ່ຄືກັນເຊິ່ງໄດ້ແກ່: ຍອດຂາຍ iPad ທັງ 1 ແລະ 2 ປະຈຸບັນມີຍອດຂາຍທີ່ 25ລ້ານເຄື່ອງທົ່ວໂລກ (ໃຊ້ເວລາພຽງ 14ເດືອນ), ຫາກລວມກັບອຸປະກອນອື່ນໃນເຄຶອຂອງ iDevice ແມ່ນປະຈຸບັນ Apple ຂາຍ iPhone, iPad ແລະ iPod touch ໄປແລ້ວທັງຫມົດ 200ລ້ານເຄື່ອງ ທົ່ວໂລກ ແລະເປັນລະບົບປະຕິບັດການຂອງອຸປະກອນພົກພາອັນດັບຫນຶ່ງ.

ນອກນັ້ນຍັງມີສະຖິຕິການຂາຍເພງໃນ iTunes ເຊິ່ງປະຈຸບັນມີເພງໃນ iTunes ຈຳນວນ 18ລ້ານເພງ ແລະມີຍອດການຊື້ເພງຈາກຜູ້ໃຊ້ແລ້ວກວ່າ 15ພັນລ້ານດາວໂຫລດ (ເພງຈຳນວນຂອງການຊື້ເພງ), ມີການດາວໂຫລດ e-Book ໃນ iBook ໄປແລ້ວທັງຫມົດ 130ລ້ານດາວໂຫລດ (ກໍ່ແນ່ນອນລະ ມີຫນັງສືພິມລາຍວັນ ຫລື ລາຍອາທິດ), App ໃນ App Store ມີທັງຫມົດ 425,000 App ແລ້ວ ເຊິ່ງໃນນັ້ນມີ App ທີ່ເປັນຂອງ iPad ໂດຍສະເພາະ ຫລື ຮອງຮັບ iPad ແບບເຕັມປະສິດທິພາບຢູ່ທີ່ຈຳນວນ 90,000 App ແລະ ຍອດຂອງການດາວໂຫລດ App ຈາກ AppStore ມີທັງຫມົດ 14ພັນລ້ານດາວໂຫລດ ໃນເວລາ 4ປີທີ່ຜ່ານມາ. ນອກນັ້ນຍັງມີການຈ່າຍເງິນໃຫ້ກັບນັກພັດທະນາ App ທີ່ຂາຍໃນ AppStore ແລ້ວ $25ພັນລ້ານໂດລ່າ ແລະກໍ່ມີບັນຊີຜູ້ໃຊ້ທີ່ເຮັດການເປີດໃຊ້ ແລະ ຍືນຍັນດ້ວຍບັດເຄດິດຈຳນວນ 255ລ້ານບັນຊີຜູ້ໃຊ້.

ເຫັນໂຕເລກແລ້ວກໍ່ຖືວ່າ ເປັນການນຳເອົາໂຕເລກມາຄົ່ມຄູ່ຕໍ່ສູ້ ແລະ ພ້ອມທັງກັບການເປີດບໍລິການ ແລະ ການອັບເດດຜະລິດຕະພັນໃຫມ່ໆ ກໍ່ເຮັດໃຫ້ເຫັນໄດ້ຢ່າງຈະແຈ້ງວ່າ Apple ຍັງເປັນຜູ້ນຳຢູ່ ແລະ ກໍ່ກ້າວຫນີອອກຈາກຄູ່ແຂ່ງໄປອີກແລ້ວ ຫລັງຈາກທີ່ມິດ ແລະປ່ອຍໃຫ້ຄູ່ແຂ່ງນຳມາຕິດໆ.

ທີ່ມາ – WWDC 2011

ລອງອ່ານກ່ຽວກັບ  [ສົງຄາມສິດທິບັດ] Apple ຟ້ອງ Samsung ຖານລະເມີດສິດທິບັດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.