ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລາຍລະອຽດຕ່າງໆຂອງ Mac OS X Lion ທີ່ເຜີຍໃນງານ WWDC 2011

ຂ່າວໄອທີ

ລ່າສຸດໃນງານ WWDC 2011 ທາງ Apple ກໍ່ໄດ້ສະແດງຕົວຢ່າງຟີເຈີໃຫມ່ໆຂອງລະບົບປະຕິບັດການ Mac OS X Lion ຫລາຍກວ່າ 10 ຟີເຈີຫລັກໆໃນທັງຫມົດ 250ກວ່າ ຟີເຈີ ທີ່ຈະມີໃນ OS X Lion. ເຊິ່ງ 10 ຟີເຈີຫລັກໆນັ້ນກໍ່ມີ:

– Multi-touch Gestures: ເປັນການໃຊ້ງານ Trackpad ແບບ Multi-touch ທີ່ຈະຄ້າຍໆກັບການໃຊ້ງານໃນ iOS, ເຊິ່ງຜູ້ໃຊ້ສາມາດຄວບຄຸມ ແລະ ສັ່ງງານຕ່າງໆໄດ້ເຊັ່ນ: ລາກນິ້ວເພຶ່ອຊັບປ່ຽນໂປຼແກຼມ ເປັນຕົ້ນ.

– Full-Screen Apps: ເປັນການເຮັດວຽກແບບເຕັມຫນ້າຈໍ ຂອງໂປຼແກຼມຕ່າງໆເຊິ່ງຈະມີປຸ່ມສຳລັບຂະຫຍາຍເຕັມຫນ້າຈໍ ແລະ ການເຊື່ອງ ເມນູຕ່າງໆ.

– Mission Control: ເປັນຟີເຈີ່ຫນຶ່ງທີ່ໃຊ້ການສັ່ງງານຜ່ານ Trackpad ເຊິ່ງໃນເວລາທີ່ມີການເປີດໃຊ້ໂປຼແກຼມຫລາຍໆໂຕແລ້ວ ແລ້ວມັນເຮັດໃຫ້ລາຍຕາ ກໍ່ຈະສາມາດໃຊ້ການສັ່ງງານຜ່ານ Trackpad ເພຶ່ອໃຫ້ມັນແບກອອກມາໃຫ້ເລືອກ ແລະຍັງສາມາດຈັດເກັບເປັນ Desktops ຫລາຍໆຊຸດໄດ້ອີກດ້ວຍ​ (ຄ້າຍໆ Group Tab ໃນ Firefox).

– Mac App Store: ສຳລັບ Mac App Store ຈະຖືກຝັງເຂົ້າໄປໃນ OS X Lion, ນອກນັ້ນຍັງຈະມີ In-App Purchase ແລະ Push Notification ຫລືການແຈ້ງເຕືອນຕ່າງໆຈາກໂປຼແກຼມອີກດ້ວຍ.

– Launchpad: ຈະເປັນການສະແດງຜົນ icon ຂອງ App ຕ່າງໆ ເຊິ່ງຈະມີຫນ້າຕາ ແລະ ການເຮັດວຽກແບບດຽວກັບ iOS ບໍ່ວ່າຈະເປັນການສ້າງ Folder ສຳລັບ App, ການຍ້າຍ App ແລະ ການຕິດຕັ້ງ.

– Resume: ເປັນຟີເຈີທີ່ຈະຊ່ວຍຈື່ຈຳການເຮັດວຽກ ຫລື ໂປຼແກຼມທີ່ເປີດໄວ້ລ່າສຸດ ກ່ອນທີ່ຈະມີການປິດລົງໄປ ບໍ່ວ່າຈະດ້ວຍສາເຫດໃດກໍ່ຕາມ, ຍົກຕົວຢ່າງ: ເມຶ່ອຕິດຕັ້ງໂປຼແກຼມ ແລ້ວຕ້ອງ Restart ກໍ່ບໍ່ຈຳເປັນຕ້ອງກັງວົນ ຫລື ປິດໂປຼແກຼມອື່ນກ່ອນ ພຽງແຕ່ປິດໄປຕາມທີ່ມັນບອກ ແລ້ວເວລາທີ່ເປີດຂຶ້ນມາອີກ ມັນກໍ່ຈະກັບມາເປັນຄືເກົ່າ.

– Auto Save: ເປັນຟີເຈີທີ່ໃຊ້ສຳລັບ ການຈັດກັບ ຫລື Save ໃນລະຫວ່າງການແກ້ໄຂ ຫລື ເຮັດເອກະສານ ເຊິ່ງສາມາດກັບໄປເບິ່ງເອກະສານທີ່ເຮັດຜ່ານມາໄດ້ອີກດ້ວຍ.

– AirDrop: ເປັນການສົ່ງໄຟລ໌ ແບບ Peer to Peer ຜ່ານ WIFI ເຊິ່ງງງ່າຍຕໍ່ການສົ່ງ ພຽງແຕ່ຈັບລາກໄປວາງໃສ່ຮູບຂອງຜູ້ທີ່ໃຊ້ OS X ທີ່ຢູ່ໃນວົງ Wifi ດຽວກັນເທົ່ານັ້ນ ໄຟລ໌ກໍ່ຈະໄປປາກົດຢູ່ຄອມພິວເຕີຂອງປາຍທາງແລ້ວ.

– Mail: ມີການປັບປຸງຫນ້າຕາຂອງ Mail ເຊິ່ງຈະເນັ້ນການໃຊ້ງານທີ່ງ່າຍ ແລະ ສະບາຍຕາ ເຊິ່ງມີການປັບປຸງການສະແດງຜົນ Mail ສົນທະນາໃຫ້ເບິງງ່າຍ ແລະ ກໍ່ຍັງມີລະບົບຄົ້ນຫາເມວ ເຊິ່ງສາມາດຄົ້ນຫາຈາກຊື່, ວັນເວລາ ແລະ ກໍ່ຫົວຂໍ້ໄດ້.

ນອກນັ້ນ ຍັງມີຟີເຈີຕ່າງໆອີກຫລາຍຢ່າງ ສາມາດເຂົ້າໄປເບິ່ງໄດ້ທີ່ http://www.apple.com/macosx/whats-new/features.html ສ່ວນວັນທີ່ຈະວາງຈຳຫນ່າຍ ຫລື ອອກເວີຊັ່ນສົມບູນໃຫ້ຜູ້ໃຊ້ທົ່ວໄປໃຊ້ງານແມ່ນເດືອນຫນ້າ ໃນລາຄາ $29.99 ເຊິ່ງທາງ Apple ບອກວ່າຈະບໍ່ອອກໃນ DVD ອີກແລ້ວ ເຊິ່ງຈະມີໃຫ້ຊື້ ແລະ ດາວໂຫລດຜ່ານ Mac App Store ເທົ່ານັ້ນ, ເຊິ່ງຜູ້ໃຊ້ສາມາດຊື້ ແລະ ຕິດຕັ້ງໄດ້ຢ່າງງ່າຍດາຍ ພ້ອມທັງສາມາດຕິດຕັ້ງລົງໄປໃນ Mac ເຄື່ອງອື່ນໆໄດ້ໂດຍບໍ່ຕ້ອງຊື້ໃຫມ່ອີກດ້ວຍ.

ທີ່ມາ – Apple

ລອງອ່ານກ່ຽວກັບ  ປີ້ເຂົ້າງານ​ WWDC 2011 ຖືກຂາຍຫມົດແລ້ວ ພາຍໃນເວລາ 10ຊົ່ວໂມງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.