ເລື່ອງລາວຂອງ TECH, STARTUP, ແລະ DIGITAL

LookMobileOnNet ຊ່ວຍໃຫ້ທ່ານກວດເບີ ໂທເຂົ້າ-ອອກ ແລະ SMS ໃນ Android

Android Apps, FREE WARE

ຫລັງຈາກທົດລອງ App ແລະ ບໍລິການນີ້ມາແລ້ວ ກໍເຫັນວ່າມັນກໍ່ບໍ່ຊັບຊ້ອນໃນການໃຊ້ງານ ກໍ່ເລີຍຈົບການທົດລອງ ແລ້ວມາຂຽນແນະນຳໃຫ້ຜູ້ໃຊ້ອຸປະກອນ Android ທຸກຄົນ. ເຊິ່ງ App ນີ້ເຫມາະສົມຫລາຍກັບທຸກຄົນ ໂດຍສະເພາະຄົນທີ່ຕ້ອງໃຊ້ໂທລະສັບມືຖືເຂົ້າໃນການຕິດຕໍ່ຊື່ສານວຽກງານຕ່າງໆ ເອົາເປັນວ່າມາຮູ້ຈັກກັນເລີຍ ເພາະມັນມີຊື່ວ່າ LookMobileOnNet

LookMobileOnNet ເປັນບໍລິການຫນຶ່ງທີ່ຈະໃຫ້ຜູ້ໃຊ້ທີ່ຕິດຕັ້ງ App ຂອງບໍລິການນີ້ ເຂົ້າເຖິງຂໍ້ມູນຂອງໂທລະສັບຂອງໂຕເອງຜ່ານຫນ້າເວັບ ເຊິ່ງຂໍ້ມູນນັ້ນໄດ້ແກ່ SMS, ເບີໂທເຂົ້າໂທອອກ, ແລະ ກໍ່ລາຍຊື່ເບີຕິດຕໍ່ຕ່າງໆທີ່ມີຢູ່ໃນໂທລະສັບ. ຄວາມສາມາດແບບນີ້ກໍ່ຮູ້ແລ້ວແມ່ນບໍ່ວ່າມັນຈະຊ່ວຍຫຍັງທ່ານ. ເຊິ່ງໃນແງ່ຂອງຜູ້ຂຽນຄິດວ່າມັນຊ່ວຍຂ້າພະເຈົ້າຕອນທີ່ລືມໂທລະສັບໄວ້ບ້ານ ແລ້ວກໍ່ອອກໄປຮຽນ ເຊິ່ງໃນລະຫວ່າງທີ່ຢູ່ ໂຮງຮຽນນັ້ນກໍ່ສາມາດກວດວ່າມີໃຜໂທມາ ຫລື ໃຜສົ່ງຂໍ່ຄວາມມາ ກໍ່ຈະຮູ້ ແລະຍັງສາມາດສັ່ງໃຫ້ໂທລະສັບ ຂອງເຣົາສົ່ງຂໍ້ຄວາມໄປຍັງເບີທີ່ເຮົາຕ້ອງການໄດ້ອີກດ້ວຍ.

ສຳລັບວິທີການໃຊ້ງານກໍ່ງ່າຍໆ ທ່ານບໍ່ຈຳເປັນຕ້ອງສະຫມັກບັນຊີຜູ້ໃຊ້ໃຫມ່ ເພາະທ່ານຕ້ອງໃຊ້ບັນຊີ Facebook ຂອງທ່ານເປັນບັນຊີໃນການເຊື່ອມຕໍ່. ພຽງແຕ່ທ່ານເຂົ້າໄປທີ່ http://www.lookmobileon.net/login.html ແລ້ວກໍ່ຄິກທີ່ປຸ່ມ Facebook ສີຟ້າທາງດ້ານລຸ່ມ ແລ້ວມັນກໍ່ຈະມີຫນ້າ Facebook ຂຶ້ນມາ ກໍ່ໃຫ້ທ່ານຍອມຮັບເອົາໂດຍການກົດ Allow ແລະມັນກໍ່ຈະພາທ່ານໄປຍັງຫນ້າຄວບຄຸມ. ຫລັງຈາກນັ້ນກໍ່ໃຫ້ເປີດໂທລະສັບຂຶ້ນມາ ແລ້ວເຂົ້າໄປທີ່ Android Market ແລະດາວໂຫລດ App ທີ່ຊື່ວ່າ Lookmobile ຫລືຕາມລິ້ງຕໍ່ໄປນີ້ກໍ່ໄດ້: https://market.android.com/details?id=biz.t16.ha ຫລັງຈາກດາວໂຫລດກໍ່ຕິດຕັ້ງໃຫ້ຮຽບຣ້ອຍ ແລ້ວກໍ່ເປີດ App ດັ່ງກ່າວຂຶ້ນມາ ມັນກໍ່ຈະບອກໃຫ້ທ່ານ Login ເຊິ່ງການ login ກໍ່ຈະໃຊ້ບັນຊີ Facebook ເຊັ່ນກັນ, ແລ້ວກໍ່ຍອມຮັບການເຊື່ອມຕໍ່ ໂດຍຈະຕ້ອງເປັນບັນຊີ Facebook ໂຕດຽວກັນ.

ຫລັງຈາກນັ້ນ ກໍ່ໃຫ້ກັບໄປທີ່ຫນ້າຄວບຄຸມໃນເວັບທີ່ທ່ານໄດ້ລັອກອິນເຂົ້າໄປໃນຕອນທຳອິດ ໃຫ້ກົດ Refresh ກໍ່ຈະເຫັນ ອຸປະກອນ Android ທີ່ທ່ານໃຊ້ເຊື່ອມຕໍ່ ແລ້ວກໍ່ຄິກເຂົ້າໄປ. ພຽງເທົ່ານັ້ນ ທ່ານກໍ່ສາມາດກວດສອບຂໍ້ຄວາມ ຫລື ສາຍໂທເຂົາ ຫລືບໍ່ໄດ້ຮັບ ໄດ້ຈາກນອກບ້ານໃນກໍລະນີທີ່ທ່ານລືມໂທລະສັບຂອງທ່ານ ແລະ ກໍ່ຈະສາມາດສົ່ງຂໍ້ຄວາມໄປບອກຄົນທີ່ຕິດຕໍ່ມາໄດ້ ໃນກໍລະນີຈຳເປັນ.

ລາຍລະອຽດ:

ເວັບໄຊຕ໌:http://www.lookmobileon.net

App: https://market.android.com/details?id=biz.t16.ha

ລອງອ່ານກ່ຽວກັບ  Turn Off LCD ໂປຼແກຼມນ້ອຍໆ ສຳລັບປິດຫນ້າຈໍຄອມພິວເຕີ່ ເພຶ່ອປະຢັດໄຟ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.