ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ປຶ້ມຊີວະປະຫວັດຂອງ Steve Jobs ເລີ່ມເປີດໃຫ້ຈອງໃນ Amazon ແລ້ວ

ຂ່າວໄອທີ

ກ່ອນຫນ້ານີ້ກໍ່ມີຂ່າວວ່າຈະມີປຶ້ມຊີວະປະຫວັດຂອງ Steve Jobs ທີ່ຊື່ວ່າ iSteve ອອກມາວາງຂາຍໃນປີ 2012 ນີ້ ເຊິ່ງປຶ້ມເຫລັ້ມນີ້ຖືກຂຽນຂຶ້ນໂດຍ Walter Isaacson ເປັນອະດີດ CEO ຂອງ CNN ແລະທີ່ປະຈຸບັນເປັນບັນນາທິການຂອງ TIME (ອ່ານຂ່າວເກົ່າ).

ເຊິ່ງລ່າສຸດກໍ່ມີການເປີດໃຫ້ສັ່ງຈອງປຶ້ມເຫລັ້ມນີ້ແລ້ວ ໂດຍຜ່ານເວັບໄຊຕ໌ Amazon ເຊິ່ງກໍ່ເປັນເລື່ອງທຳມະດາທີ່ຕ້ອງມີການເປີດໃຫ້ສັ່ງຈອງກ່ອນ ແຕ່ທີ່ຫນ້າແປກກໍ່ຄື ປຶ້ມເຫລັ້ມນີ້ຈະເລີ່ມວາງຂາຍໃນອີກ 9ເດືອນທາງຫນ້າ ຫລື ໃນເດືອນ ມີນາ 2012. ການເປີດໃຫ້ສັ່ງຈອງປຶ້ມ iSteve ນີ້ເຮັດໃຫ້ຫລາຍຄົນ ມີຂໍ້ສັງເກດວ່າ ມັນເປັນພຽງການໂປຼໂມດ ເພຶ່ອກະຕຸ້ນຍອດຂາຍໃນເວລາທີ່ເລີ່ມຕີພິມ.

ຢ່າງໃດກໍ່ຕາມ ການສັ່ງຈອງປຶ້ມ iSteve ລ່ວງຫນ້າຜ່ານເວັບໄຊຕ໌ຂອງ Amazon ຈະໄດ້ສ່ວນຫລຸດພິເສດເຖິງ 40% ($12) ຂອງລາຄາປຶ້ມ ເຊິ່ງຈະເຫລຶອພຽງແຕ່ $18 ແຖມຍັງມີການຈັດສົ່ງຟຼີອີກດ້ວຍ. ສຳລັບລາຄາເຕັມຂອງ iSteve ແມ່ນຢູ່ທີ່ $30.

ສຳລັບໃຜທີ່ສົນໃຈ ຫລືຢາກຮູ້ເລິກກ່ຽວກັບ Steve Jobs ກໍ່ອາດຈະລອງສັ່ງຈອງ ຫລື ສັ່ງຊື້ໄປອ່ານໄດ້ ທີ່ Amazon ບາງເທຶ່ອໃນນັ້ນອາດຈະສາມາດນຳມາປະຍຸກໃຊ້ກັບທຸລະກິດ ຫລື ຊີວິດຂອງທ່ານກໍ່ໄດ້ ເພາະ Steve Jobs ເອງກໍ່ຖືວ່າເປັນຄົນຫນຶ່ງທີ່ປະສົບຄວາມສຳເລັດ ແລະຍັງພາບໍລິສັດ Apple ຜົນວິກິດ ຈົນມາເປັນບໍລິສັດອັນດັບຫນຶ່ງຂອງໂລກໃນປະຈຸບັນ.

ທີ່ມາ – Amazon

ລອງອ່ານກ່ຽວກັບ  ສະຫລຸບງານ Apple Keynote: iPad 2, iOS 4.3, ແລະ ອື່ນໆ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.