ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HP ປະກາດວັນວາງຂາຍ HP TouchPad ຢ່າງເປັນທາງການ 1ກໍລະກົດ ນີ້

ຂ່າວໄອທີ, ແທັບເລັດ

ໃນທີ່ສຸດ HP ກໍ່ກຳລັງສວຍໂອກາດຊ່ວງທີ່ຂ່າວແທັບເລັດ ແລະ ກະແສ iPad ລວມເຖິງ PlayBook ງຽບລົງ ແລ້ວກໍ່ໄດ້ໂອກາດທີ່ຈະເລີ່ມວາງຂາຍແທັບເລັດຂອງໂຕເອງ ໂດຍຈະເລີ່ມວາງຂາຍຢ່າງເປັນທາງການໃນວັນທີ 1ກໍລະກົດ ນີ້ ແຕ່ຈະຍັງມີພຽງລຸ້ນ WIFI Only ເທົ່ານັ້ນ ໂດຍລາຄາເລີ່ມຕົ້ນທີ່ $499.99 ສຳລັບ 16GB ແລະ $599.99 ສຳລັບ 32GB.

ສຳລັບວັນທີ 1ກໍລະກົດນີ້ຈະເລີ່ມວາງຂາຍທີ່ອາເມລິກາເປັນບ່ອນທຳອິດ ແລ້ວຫລັງຈາກນັ້ນສອງສາມມື້ ກໍ່ຈະເລີ່ມວາງຂາຍໃນ ອັງກິດ, ຟຣັງ, ເຢຍລະມັນ ແລະ ແຄນາດາ ໃນກາງເດືອນ ກໍລະກົດນີ້ເຊັ່ນກັນ. ນອກນັ້ນ ສຳລັບການເປີດໃຫ້ສັ່ງຈອງໃນອາເມລິກາ ແລະ ເອຮົບ ແມ່ນຈະເລີ່ມວັນທີ 19ມິຖຸນາ ນີ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  HP Slate ຍົກເລີກ Windows7 ປ່ຽນເປັນ WebOS ເເທນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.