ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເພີ່ມຄວາມສາມາດໃຫມ່ ໃຫ້ກັບລະບົບການຄົ້ນຫາ

ຂ່າວໄອທີ

ລ່າສຸດ Google ກໍ່ປ່ອຍຄວາມສາມາດໃຫມ່ໃຫ້ຜູ້ໃຊ້ໄດ້ນຳໄປໃຊ້ໃຫ້ເກີດປະໂຫຍດໄດ້ອີກແລ້ວ ເຊິ່ງມີ: ການຄົ້ນຫາດ້ວຍສຽງເທິງຄອມພິວເຕີ, ການຄົ້ນຫາດ້ວຍຮູບ, ແລະກໍ່ Instant Pages. ເວົ້າແລ້ວກໍ່ມາເບິງລາຍລະອຽດຂອງແຕ່ລະອັນວ່າມັນເປັນແບບໃດ.

ການຄົ້ນຫາດ້ວຍສຽງເທິງຄອມພິວເຕີ: ກ່ອນຫນ້ານີ້ Google ກໍ່ໄດ້ປ່ອຍຄວາມສາມາດການຄົ້ນຫາດ້ວຍສຽງ ໃຫ້ກັບຜູ້ໃຊ້ Smart Phone ຕ່າງໆໄປແລ້ວ, ເຊິ່ງປະຈຸບັນກໍ່ໄດ້ອອກລຸ້ນສຳລັບໃຊ້ໃນຄອມພິວເຕີ, ໂດຍຜູ້ທີ່ໃຊ້ Google Chrome ຈະສາມາດເຫັນຮູບໄມນ້ອຍໆ ຢູ່ທາງດ້ານຂວາຂອງກ່ອງຄົ້ນຫາໃນ Google ແລະ ສາມາດກົດໃສ່ໄມດັ່ງກ່າວ ແລ້ວກໍ່ເວົ້າຄຳທີ່ຕ້ອງການຄົ້ນຫາ (ຮອງຮັບພາສາອັງກິດເທົ່ານັ້ນ) ຫລັງຈາກນັ້ນມັນກໍ່ຈະປະມວນຜົນພ້ອມກັບສະແດງຜົນການຄົ້ນຫາ ພ້ອມດ້ວຍຄຳເວົ້າຂອງທີ່ເຮົາໄດ້ເວົ້າລົງໄປ ອອກມາ. ການຄົ້ນຫາດ້ວຍສຽງນີ້ຈະໄດ້ຜົນການຄົ້ນຫາທີ່ຄ້າຍໆກັບ ການຄົ້ນຫາຈາກການພິມ ເພາະມັນເປັນພຽງການນຳເອົາຄຳເວົ້າຂອງຜູ້ໃຊ້ ໄປແປງເປັນໂຕຫນັງສື ແທນການພິມດ້ວຍມືເທົ່ານັ້ນເອງ. ແລະໃນປະຈຸບັນລະບົບຄົ້ນຫາດ້ວຍສຽງຂອງ Google ກໍ່ມີຄຳເວົ້າປະມານ 230ພັນລ້ານ ຄຳ (ສອງແສນ ສາມຫມື່ນລ້ານຄຳ). ສຳລັບໃຜບໍລິການນີ້ Google ກຳລັງທະຍອຍປ່ອຍອອກມາ ເຊິ່ງບາງຄົນຈະຍັງບໍ່ສາມາດເຫັນ.

ການຄົ້ນຫາດ້ວຍຮູບ: ການຄົ້ນຫາດ້ວຍຮູບຂອງ Google ຈະມີລັກສະນະຄ້າຍໆກັບ Google Goggles ເຊິ່ງເປັນການນຳຮູບພາບທີ່ຖ່າຍໄດ້ ໄປປຽບທຽບກັບຮູບໃນລະບົບ ແລ້ວກໍ່ນຳເອົາຜົນຄົ້ນຫານັ້ນອອກມາ. ເຊິ່ງການຄົ້ນຫາຮູບຜ່ານຫນ້າເວັບ ຫລື ເທິງຄອມພິວເຕີນັ້ນສາມາດເຮັດໄດ້ຫລາຍທາງເຊັ່ນ: ອັບໂຫລດຮູບຂຶ້ນໄປ ຫລື ນຳລິ້ງຮູບໄປວາງໃສ່ ໂດຍຈະມີຮູບກ້ອງຖ່າຍຮູບນ້ອຍໆຢູ່ໃນກ່ອງຄົ້ນຫາ; ແລະ ການໃຊ້ສ່ວນເສີມໃນ FireFox ແລະ Google Chrome ໂດຍວິທີນີ້ແມ່ນຫລັງຈາກຜູ້ໃຊ້ ຕິດຕັ້ງສ່ວນເສີມລົງໄປແລ້ວ ຈະສາມາດຄົ້ນຫາດ້ວຍຮູບຈາກເວັບຕ່າງໆທີ່ເຮົາໄປພົບເຫັນ ໂດຍການຄິກຂວາໃສ່ຮູບໃນເວັບ ຫລື ບົດຄວາມນັ້ນໆ ແລ້ວກໍ່ເລືອນໄປທີ່ Search Google With This image ມັນກໍ່ຈະເປີດຫນ້າສະແດງຜົນການຄົ້ນຫາອອກມາໃຫ້ທັນທີ. (ສ່ວນເສີມສຳລັບ Chrome ແລະ Firefox.)

Instant Pages: ຫລາຍຄົນອາດຈະສົງໃສວ່າ Instant Pages ແມ່ນຫຍັງ? Instant Pages ຈະມີການເຮັດວຽກຄ້າຍໆກັບ Instant Search ຂອງ Google ແຕ່ Instant Pages ຈະເປັນການເກັບ ຫລື ດາວໂຫລດຫນ້າເວັບຂອງຜົນການຄົ້ນຫາທີ່ຢູ່ທຳອິດໄວ້ ແລະເວລາຜູ້ໃຊ້ຄິກເລືອກຜົນຄົນຫານັ້ນມັນກໍ່ຈະຂຶ້ນມາທັນທີ ທັນໃດ. ເພາະ Google ຫມັ້ນໃຈວ່າ ຜູ້ໃຊ້ຈະຕ້ອງເລືອກຄິກຜົນຄົ້ນຫາທຳອິດກ່ອນສະເຫມີໃນເວລາຄົ້ນຫາຂໍ້ມູນ ພ້ອມນັ້ນຍັງປະຢັດເວລາໃນການປະມວນຜົນຫນ້າເວັບໄດ້ອີກດ້ວຍ.

ທີ່ມາ – Google Blog

ລອງອ່ານກ່ຽວກັບ  Eric Schmidt ບໍ່​ປະຕິເສດ​ຂ່າວ Google Me

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.