ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung Galaxy Tab 10.1ນິ້ວ ເລີ່ມວາງຂາຍໃນ ອາເມລິກາແລ້ວ

ຂ່າວດ່ວນ, ຂ່າວໄອທີ, ແທັບເລັດ

ລ່າສຸດ Samsung ໄດ້ເລີ່ມວາງຂາຍແທັບເລັດລູ້ນລ່າສຸດ  Galaxy Tab 10.1ນິ້ວ ໃນອາເມລິກາຢ່າງເປັນທາງການແລ້ວ, ໂດຍລຸ້ນທີ່ວາງຂາຍຈະເປັນລຸ້ນ WIFI Only ແລະມີລາຄາຢູ່ທີ່ $499 ສຳລັບລຸ້ນ 16GB ແລະ $599 ສຳລັບລຸ້ນ 32GB. ນອກນັ້ນຍັງມີສອງສີໃຫ້ເລືອກຄື: ສີຂາວ ແລະ ສີດຳດ້ານ.

ສະເປັກຂອງ Galaxy Tab 10.1 ນິ້ວ ມີດັ່ງລຸ່ມນີ້:

– CPU ເປັນ Tegra 1GHz dual core

– ຫນ້າຈໍຂະຫນາດ 10ນິ້ວ ເປັນຈໍ TFT-LCD high-definition widescreen WXGA ຄວາມລະອຽດທີ່ 1280 x 800

– ມີ Ram 1GB

– ກ້ອງຫນ້າ 2.0MP ແລະ ກ້ອງຫລັກ 3.0MP

– ຮອງຮັບ Wi-Fi 802.11 a/b/g/n ແລະ Bluetooth

– ມີພອດ USB 2.0 ແລະກໍ່ຊ່ອງສຽບຫູຟັງ

– ມາກັບລະບົບປະຕິບັດການລຸ້ນລ່າສຸດ Android 3.1 Honeycomb ທີ່ຫາກໍ່ເປີດໂຕໄປບໍ່ດົນມານີ້.

ນອກຈາກຂ້າງເທິງນີ້ແລ້ວ ໃນຫນ້າຕາ ຫລື User Interface ກໍ່ໄດ້ມີການຕົບແຕ່ງໃນສະໄຕຼຂອງ Samsung ເອງ ໂດຍມີຊືວ່າ Samsung TouchWiz UX ແລະໃນສ່ວນຂອງອາຍຸການໃຊ້ງານຂອງແບັດເຕີລີ່ຍັງສາມາດໃຊ້ງານໄດ້ຕໍ່ເນື່ອງເຖິງ 9ຊົ່ວໂມງອີກດ້ວຍ. ເຊິ່ງປະຈຸບັນຜູ້ໃຊ້ສາມາດຫາຊື້ໄດ້ແລ້ວຈາກ Best Buy online ແລະ ຮ້ານຄ້າ Fry’s Electronics, Amazon.com, Micro Center, Tiger Direct ແລະ Newegg.

ທີ່ມາ – BEST BUY, Amazon

ລອງອ່ານກ່ຽວກັບ  Samsung ເຜີຍໂສມ ໂທລະທັດ 3ມິຕິ 55ນິ້ວ ແບບບໍ່ງໍ້ແວນຕາ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.