Posts Comments

ທ່ານກຳລັງຢູ່: ຫນ້າຫລັກ » ຂ່າວດ່ວນ, ຂ່າວໄອທີ, ແທັບເລັດ » Samsung Galaxy Tab 10.1ນິ້ວ ເລີ່ມວາງຂາຍໃນ ອາເມລິກາແລ້ວ

ລ່າສຸດ Samsung ໄດ້ເລີ່ມວາງຂາຍແທັບເລັດລູ້ນລ່າສຸດ  Galaxy Tab 10.1ນິ້ວ ໃນອາເມລິກາຢ່າງເປັນທາງການແລ້ວ, ໂດຍລຸ້ນທີ່ວາງຂາຍຈະເປັນລຸ້ນ WIFI Only ແລະມີລາຄາຢູ່ທີ່ $499 ສຳລັບລຸ້ນ 16GB ແລະ $599 ສຳລັບລຸ້ນ 32GB. ນອກນັ້ນຍັງມີສອງສີໃຫ້ເລືອກຄື: ສີຂາວ ແລະ ສີດຳດ້ານ.

ສະເປັກຂອງ Galaxy Tab 10.1 ນິ້ວ ມີດັ່ງລຸ່ມນີ້:

- CPU ເປັນ Tegra 1GHz dual core

- ຫນ້າຈໍຂະຫນາດ 10ນິ້ວ ເປັນຈໍ TFT-LCD high-definition widescreen WXGA ຄວາມລະອຽດທີ່ 1280 x 800

- ມີ Ram 1GB

- ກ້ອງຫນ້າ 2.0MP ແລະ ກ້ອງຫລັກ 3.0MP

- ຮອງຮັບ Wi-Fi 802.11 a/b/g/n ແລະ Bluetooth

- ມີພອດ USB 2.0 ແລະກໍ່ຊ່ອງສຽບຫູຟັງ

- ມາກັບລະບົບປະຕິບັດການລຸ້ນລ່າສຸດ Android 3.1 Honeycomb ທີ່ຫາກໍ່ເປີດໂຕໄປບໍ່ດົນມານີ້.

ນອກຈາກຂ້າງເທິງນີ້ແລ້ວ ໃນຫນ້າຕາ ຫລື User Interface ກໍ່ໄດ້ມີການຕົບແຕ່ງໃນສະໄຕຼຂອງ Samsung ເອງ ໂດຍມີຊືວ່າ Samsung TouchWiz UX ແລະໃນສ່ວນຂອງອາຍຸການໃຊ້ງານຂອງແບັດເຕີລີ່ຍັງສາມາດໃຊ້ງານໄດ້ຕໍ່ເນື່ອງເຖິງ 9ຊົ່ວໂມງອີກດ້ວຍ. ເຊິ່ງປະຈຸບັນຜູ້ໃຊ້ສາມາດຫາຊື້ໄດ້ແລ້ວຈາກ Best Buy online ແລະ ຮ້ານຄ້າ Fry’s Electronics, Amazon.com, Micro Center, Tiger Direct ແລະ Newegg.

ທີ່ມາ – BEST BUY, Amazon

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ

ມີການຕອບທັງຫມົດ 3 ຄວາມເຫັນ

  1. ຈົນລືມເລີຍເປີດຕົວຕັ້ງນານຫາກໍ່ສິວາງຈຳໜ່າຍ……

  2. Anan Roxx Windows XP Internet Explorer 8.0 says:

    galaxy tab 10.1 sai pha sa lao ga dai dai noc????

  3. Anan Roxx Windows XP Internet Explorer 8.0 says:

    Ban hao ja seu u sai ??

ບ່ອນສະເເດງຄວາມຄິດເຫັນ

ທ່ານຕ້ອງ ລັອກອິນ ຫລື ສະຫມັກສະມາຊິກ ກ່ອນ ຈຶ່ງຈະສາມາດຕອບ ຫລື ໂພສຄວາມເຫັນໄດ້.

ຂຶ້ນໄປເທິງສຸດ


Copyright © 2009-2012 Souliyo Co., Ltd. All Rights Reserved.
ຂ່າວໄອທີ  •  Free Ware  •  Gadget  •  ຂ່າວດ່ວນ  •  How to...  •  ລາຍງານພິເສດ  •  ຕິດຕໍ່ເຮົາ