ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ປ່ອຍຟີເຈີ Facial Recognition ໃຫ້ກັບຜູ້ໃຊ້ທຸກຄົນແລ້ວ

social media, ຂ່າວໄອທີ

ລ່າສຸດ Facebook ກໍ່ໄດ້ປ່ອຍຄວາມສາມາດໃຫມ່ ທີ່ຫລາຍຄົນບໍ່ຄ່ອຍຈະມັກ ຫລື ຕ້ອງການປານໃດ ແຕ່ບາງຄົນອາດຈະຕ້ອງການກໍ່ມີ ເຊິ່ງມັນມີຊື່ວ່າ Facial Recognition ລະບົບຈື່ຈຳໃບຫນ້າ ສຳລັບການຕິດ Tag ຫາບຸກຄົນໃນຮູບ ຫລື ຫມູ່ໃນຮູບ. ເຊິ່ງການເຮັດວຽກເບື້ອງຫນ້າຂອງມັນກໍ່ບໍ່ຊັບສ້ອນປານໃດ ກໍ່ພຽງແຕ່ເມຶ່ອເຮົາອັບໂຫລດຮູບ ຫລື ຫມູ່ຂອງເຮົາອັບໂຫລດຮູບ ທີ່ມີຫນ້າເຮົາຢູ່ໃນຮູບ Facial Recognition ກໍ່ຈະມີການແນະນຳວ່າຜູ້ທີ່ອັບໂຫລດຮູບວ່າ ຕ້ອງການຈະ Tag ຫາຫມູ່ທີ່ຢູ່ໃນຮູບບໍ່ ໂດຍຈະບອກຊື່ຄົນໃນຮູບໃຫ້ພ້ອມ. ຟັງເບິງແລ້ວກໍ່ເປັນຕາໃຊ້ຢູ່ ແຕ່ເມຶ່ອຄົນອື່ນໃຊ້ ເຮົາກໍ່ອາດຈະບໍ່ຄ່ອຍມັກປານໃດ ເຊິ່ງປັນຫານີ້ກໍ່ສາມາດແກ້ໄດ້ງາາຍໆ ໂດຍຂັ້ນຕອນດັ່ງລຸ່ມນີ້:

– ໄປທີ່ –> Privacy Settings ຫລັງຈາກນັ້ນກໍ່ໃຫ້ເລືອນລົງມາເລືອກເອົາ –> Customize settings

– ຫລັງຈາກນັ້ນກໍ່ໃຫ້ເລືອນລົງມາທີ່ Suggest photos of me to friends ແລ້ວກໍ່ຄິກທີ່ປຸ່ມ Edit Settings

– ແລ້ວກໍ່ເຮັດການປິດດ້ວຍການເລືອກ Disable ໃນຫົວຂໍ້ Suggest photos of me to friends ຕາມທີ່ເຫັນໃນຮູບທາງດ້ານລຸ່ມ.

ທີ່ມາ – Facebook Blog

ລອງອ່ານກ່ຽວກັບ  ຕົວຢ່າງໜັງເລື່ອງຂອງ " The Social Network " ມາແລ້ວ!

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.