ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook For Android ອັບເດດເປັນ 1.6.0 ຮອງຮັບການອັບໂຫລດ Video

Android Apps, ຂ່າວດ່ວນ

ລ່າສຸດ Facebook ໄດ້ອັບເດດ ແອັບຯ Facebook For Android ໄປເປັນ 1.6.0 ຢ່າງຮຽບຮ້ອຍແລ້ວ. ໂດຍໃນ Facebook For Android 1.6.0 ນີ້ຈະມີການປັບປຸງໃຫມ່ເລັກຫນ້ອຍເຊັ່ນ: ຮອງຮັບການອັບໂຫລດວິດີໂອ, ຮອງຮັບການເປີດຫນ້າ Page, ແລະກໍ່ປັບປຸງຫນ້າອັບເດດ ຫລື Timeline ໃຫ້ເຮັດວຽກດີຂຶ້ນ.

ສຳລັບຜູ້ໃຊ້ Android ກໍ່ສາມາດອັບເດດໄດ້ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ແຕ່ຫນ້າເສຍດາຍ ໃນເວີຊັ່ນນີ້ຍັງບໍ່ຮອງຮັບການ Tag ຫມູ່ໃນໂພສ, ການກົດ Like ໃນຄວາມເຫັນ, ແລະອີກຫລາຍຢ່າງ. ແຕ່ກໍ່ຕ້ອງຖ້າກັນຕໍ່ໄປ ເຊິ່ງຄາດວ່າອີກບໍ່ດົນອາດຈະໄດ້ເຫັນ ແຕ່ການອັບເດດເທຶ່ອນີ້ກໍ່ເຮັດໃຫ້ຫລາຍຄົນອັບໂຫລດວິດີໂອ ຈາກໂທລະສັບໄປຍັງ Facebook ໄດ້ທັນທີແລ້ວ.

ດາວໂຫລດ: https://market.android.com/details?id=com.facebook.katana

ທີ່ມາ – Facebook ແລະ Android Market

ລອງອ່ານກ່ຽວກັບ  Android Market ເວີຊັ່ນໃຫມ່ ເລີ່ມປ່ອຍໃຫ້ຜູ້ໃຊ້ບາງສ່ວນ ອັບເດດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.