ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລາຍລະອຽດຕ່າງໆຂອງ iOS 5 ຖືກເຜີຍໃນງານງານ WWDC 2011

ຂ່າວໄອທີ

ອັນທີ່ສອງໃນສາມຂອງຜະລິດຕະພັນທີ່ນຳມາເຜີຍໃນງານ WWDC 2011 ກໍ່ຄື iOS 5 ເຊິ່ງໃນ iOS ຈະມີຟີເຈີໃຫມ່ໆຫລາຍກວ່າ 200ຟີເຈີ່ ແຕ່ໃນງານ WWDC 2011 ທາງ Apple ກໍ່ນຳເອົາ 10ຟີເຈີຫລັກໆມານຳສະເຫນີເພຶ່ອຍົວະນ້ຳລາຍກັນ ເຊິ່ງ 10ຟີເຈີ່ດັ່ງກ່າວສະຫລຸບໄດ້ດັ່ງລຸ່ມນີ້:

– Notification center: ສູງລວມການແຈ້ງເຕືອນຕ່າງໆ ເຊິ່ງຈະຖືກປ່ຽນຈາກເດີ່ມຢູ່ໃນແຕ່ລະ App ໄປລວມຢູ່ທີ່ Notification Center (ໃຜທີ່ໃຊ້ Android ຫນ້າຈະຄູ້ນໆ) ເຊິ່ງມັນຈະເປັນຜົນດີຕໍ່ການເຂົ້າເຖິງການແຈ້ງເຕືອນຕ່າງໆ, ພ້ອມກັບການແຈ້ງເຕືອນທີ່ທາງເທິງສຸດຂອງຫນ້າຈໍ ໃນຂະນະທີ່ຫລິ້ນເກມ ຫລື ໃຊ້ງານ App ໃດຫນຶ່ງຢູ່ ເຊິ່ງຈະຕັດປັນຫາການລົບກວນ ຫລື ຢຸດເກມເກມໄປຊົ່ວຂະນະເວລາທີ່ມີການແຈ້ງເຕືອນເຂົ້າມາ.

– Newsstand: ເປັນຟີເຈີ່ທີ່ຄ້າຍຄືກັບ iBook App ແຕ່ຈະປ່ຽນເປັນການຈັດເກັບວາລະສານອອນໄລນ໌ ຫລື ຫນັງສືພິວອອນໄລນ໌ໄວ້ດ້ວຍກັນ, ເຊິ່ງເວລາທີ່ມີການຊື້ ຫລື ດາວໂຫລດ ມັນກໍ່ຈະມາລວມຢູ່ທີ່ Newsstand ທັງຫມົດ.

– Twitter: ໃນ Twitter ຈະຫນ້າໃຊ້ຂຶ້ນ ໂດຍຈະມີຟີເຈີຝັງເຂົ້າໄປໃນກ້ອງຖ່າຍຮູບ ເຊິ່ງສາມາດຖ່າຍຮູບ ແລະ ທະວິດອອກໄປຍັງທະວິດເຕີໄດ້ທັນທີ ນອກນັ້ນຍັງມີການຝັງເຂົ້າໄປໃນເບີໂທຜູ້ຕິດຕໍ່ ຫລື Contact ອີກດ້ວຍ.

– Safari: ບຼາວເຊີ Safari ໃນ iOS 5 ຖືກພັດທະນາຂຶ້ນມາຫລາຍໂດຍມີການເພີ່ມຄວາມສາມາດທີ່ເອີ້ນວ່າ Safari Reader ທີ່ຈະປ່ຽນບົດຄວາມຈາກຫນ້າເວັບໃຫ້ເປັນ ບົດຄວາມທຳມະດາ ແລະ ສວຍງາມ ພ້ອມທັງສາມາດເກັບໄວ້ອ່ານແບບ Offline ໄດ້. ນອກນັ້ນກໍ່ຍັງມີ Reading List ທີ່ຈະຊ່ວຍເກັບບົດຄວາມໃນເວັບໄວ້ອ່ານພາຍຫລັງ. ນອນນັ້ນໃນ iPad ຍັງເພີ່ມ Tab ເຂົ້າໄປອີກດ້ວຍ.

– Reminder List: ເປັນ App ໃຫມ່ທີ່ຈະຊ່ວຍຈື່ຈຳວັນເວລາ ແລະ ສິ່ງທີ່ຕ້ອງເຮັດທີ່ທ່ານໄດ້ຈັດເກັບໄວ້ ເມຶ່ອໄກ້ຈະຮອດເວລາທີ່ບັນທຶກໄວ້ມັນກໍຈະມີການແຈ້ງເຕືອນຂຶ້ນມາ.

– Camera: ໃນ iOS 5 ຜູ້ໃຊ້ຈະສາມາດຖ່າຍຮູບໂດຍທີ່ບໍ່ຈຳເປັນຕ້ອງປົດລັອກກ່ອນ ເຊິ່ງໃນນັ້ນຈະມີປຸ່ມຂອງກ້ອງຖ່າຍຮູບຂຶ້ນມາໃນເວລາທີ່ເຄື່ອງລັອກຢູ່ ແລະຍັງສາມາດໃຊ້ປຸ່ມ ເອົາສຽງຂຶ້ນ ເປັນປຸ່ມສຳລັບຖ່າຍຮູບໄດ້ອີກດ້ວຍ. ນອກນັ້ນກໍ່ຍັງມີ AE/AF ໂຫມດ ທີ່ຈະຊ່ວຍລັອກຈຸດທີ່ເຮົາຈະຖ່າຍຮູບ ແລະ ເຮັດການ Focus ຈຸດນັ້ນ ເພຶ່ອໃຫ້ຮູບອອກມາດີ.

– Mail: ລະບົບເມວ ຫລື Mail App ໃນ iOS 5 ຈະສາມາດລາກຊື່ຜູ້ຮັບໄປມາໄດ້ ບໍ່ຈຳເປັນຕ້ອງພິມຊື້ຜູ້ຮັບໃຫມ່ ໃນກໍ່ລະນີຢາກສົ່ງໃຫ້ຫລາຍຄົນ ຫລື ສົ່ງ Copy ໃຫ້ຄົນອື່ນນຳ. ນອກນັ້ນຍັງມີການຝັງ Dictionary ເຂົ້າໄປໃນໂຕ ເຊິ່ງສາມາດຫາຄຳສັບທີ່ຜູ້ໃຊ້ຕ້ອງການແປໄດ້ຢ່າງງ່າຍດາຍ ຄ້າຍໆກັບການ Copy ຫລື Paste. ແລະສຳລັບ iPad ຍັງມີການປ່ຽນ Keyboard Layout ໃຫ້ສາມາດພິມຈາກນິ້ວໂປ້ມືທັງສອງເບື້ອງໄດ້ ຫລືເອີ້ນວ່າ Split Keyboard.

– PC Free: ຕໍ່ໄປໃນ iOS 5 ອາດຈະບໍ່ຈຳເປັນ ຫລື ບໍ່ຈຳເປັນອີກຕໍ່ໄປທີ່ຈະຕ້ອງເຊື່ອມຕໍ່ເຂົ້າກັບຄອມພິວເຕີ ເພາະຟີເຈີ PC Free ເປັນຄວາມສາມາດທີ່ຜູ້ໃຊ້ສາມາດ Activate ຫລືເປີດໃຊ້ iPhone ໄດ້ທັນທີຜ່ານເຄືອງ iPhone ໂດຍບໍ່ຈຳເປັນຕ້ອງຕໍ່ເຂົ້າກັບ iTunes ເພຶ່ອເຮັດການລົງທະບຽນ ຫລື ເປີດໃຊ້ໃດໆ. ນອນນັ້ນ ໃນການອັບເດດຄັ້ງຕໍ່ໄປ ຈະເປັນການອັບເດດແບບ OTA ແລະ Delta Update ເຊິ່ງຜູ້ໃຊ້ຈະໄດ້ອັບເດດພຽງແຕ່ສິ່ງທີ່ມີການປ່ຽນແປງເທົ່ານັ້ນ.

– Game Center: ໃນ Game Center ໄດ້ມີການປ່ຽນແປງຫລາຍຢ່າງ ເຊິ່ງຫລັກໆກໍ່ຈະອະນຸຍາດໃຫ້ຜູ້ໃຊ້ສາມາດອັບໂຫລດ ຫລື ມີ Avatar ເປັນຂອງໂຕເອງ, ພ້ອມນັ້ນຍັງມີ Recommendation ທີ່ຈະຊ່ວນແນະນຳເກມທີ່ຄົນຫລິ້ນຫລາຍ ຫລື ເກມທີ່ຫນ້າສົນໃຈ ຜ່ານທາງ Game Center ໂດຍກົງ.

– iMessage: ລະບົບຂໍ້ຄວາມແບບໃຫມ່ ທີ່ໃຊ້ສະເພາະ iOS Device ເທົ່ານັ້ນ ເຊິ່ງຈະສາມາດສົ່ງຂໍ້ຄວາມ, ຮູບ, ວິດີໂອ, Contact, ແລະ ການສົ່ງຂໍ້ຄວາມແບບກຸ່ມ (ຄ້າຍໆກັບ Whats App) ໂດຍຜ່່ານ 3G ແລະ WIFI, ເຊິ່ງບໍລິການລັກສະນະນີ້ຫລາຍທ່ານອາດຈະຄິດເຖິງ BBM, ແມ່ນແລ້ວ ມັນອອກມາເພຶ່ອຫັກຫນ້າ BBM ໂດຍສະເພາະ ເພຶ່ອດຶງດູດເອົາຜູ້ໃຊ້ Blackberry ປ່ຽນມາໃຊ້ iPhone ເນື່ອງຈາກມີລະບົບຂໍ້ຄວາມຄ້າຍໆກັນ.

ນອກຈາກ 10 ຟິເຈີທີ່ທີ່ກ່າວມາທາງເທິງນີ້ສຳລັບ iOS 5 ຈະສາມາດ Sync ກັບ iTunes ໂດຍຜ່ານ WIFI ໄດ້ (ບໍ່ຈຳເປັນຕໍ່ມີສາຍ USB) ແລະ iOS 5ຈະອອກມາໃຫ້ຜູ້ໃຊ້ໄດ້ອັບເດດກັນໃນໄຕມາດສຸດທ້າຍຂອງປີນີ້, ເຊິ່ງຈະຍັງຮອງຮັບ iPhone 3GS ແລະ iPod touch 3G ຢູ່ ພ້ອມນັ້ນກໍ່ມີ iPhone 4, iPad 1 ແລະ iPad 2 ອີກດ້ວຍ.

ລອງອ່ານກ່ຽວກັບ  Acer ເປີດໂຕ Acer Aspire S5 Ultrabook ບາງ, ເບົາ, ຫລູຫລາ ບໍ່ແພ້ໃຜ

ທີ່ມາ – Apple


Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.