ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລາຍລະອຽດກ່ຽວກັບ ບໍລິການ iCloud ບໍລິການໃຫມ່ຂອງ Apple

ຂ່າວໄອທີ, ລາຍງານພິເສດ

ຜະລີດຕະພັນທີ່ເປັນໂຕເອກຂອງງານ WWDC ກໍ່ອາດຈະຫນີບໍ່ຜົນໂຕນີ້ iCloud ເຊິ່ງເປັນບໍລິການທີ່ Apple ບອກວ່າຫລາຍກວ່າ ບ່ອນເກັບຂໍ້ມູນ, ເພາະມັນຈະມາກັບການຊິ້ງຂໍ້ມູນທຸກຢ່າງໃນອຸປະກອນ iDevice ເຊັ່ນ: ຮູບ, ເພງ, ວິດີໂອ, Book, App, ການຕັ້ງຄ່າງຕ່າງໆ,​ ຂໍ້ມູນໃນ App, ເອກະສານ, ປະຕິທິນ, ເບີໂທຕິດຕໍ່ ແລະ ອື່ນໆອີກ.

ໂດຍໃນທຸກອຸປະກອນຂອງ iOS ແລະ Mac ທີ່ມີ ID ດຽວກັນຈະມີການຊິ້ງຂໍ້ມູນເຂົ້າດ້ວຍກັນ ເມຶ່ອມີການປ່ຽນແປງຂໍ້ມູນໃດຫນຶ່ງ ອຸປະກອນທຸກໂຕກໍ່ຈະປ່ຽນໄປນຳ, ຢ່າງເຊັ່ນການຖ່າຍຮູບ, ຮູບທີ່ຖ່າຍກໍ່ຈະຖືກອັບໂຫລດໄປຍັງ iCloud ແລະ ຊິ້ງລົງໄປໃນອຸປະກອນຕ່າງໆທີ່ໃຊ້ ID ດຽວກັນ. ໃນສ່ວນຂອງການດາວໂຫລດ ຫລື ການຊື້ Content ຕ່າງໆຈາກ Apple ມັນກໍ່ຈະຖືກຊິ້ງໄປຍັງອຸປະກອນທຸກໂຕ ຍົກຕົວຢ່າງ: ຫາກມີການຊື້ເພງ ຫນຶ່ງເພງໃນ iPhone ເພງດັ່ງກ່າວ ກໍ່ຈະຖືກດາວໂຫລດໄປໃນ iPad ຫລື iPod touch ເຄື່ອງທີ່ໃຊ້ ID ດຽວກັນ. ໃນກໍລະນີ້ເລື່ອງ App ເມຶ່ອຜູ້ໃຊ້ປ່ຽນໂທລະສັບໃຫມ່ ຫລື ຊື້ iPad ຫລື iPod ໃຫມ່ ກໍ່ຈະສາມາດດຶງຂໍ້ມູນຕ່າງໆລົງມາເຄື່ອງໃຫມ່ໄດ້ທັນທີ ພຽງແຕ່ Sign In ເຂົ້າໄປໃນ iCloud ເທົ່ານັ້ນ.

ເນື່ອງຈາກມີບໍລິການ iCloud ແລ້ວ ກໍ່ເລີຍຕ້ອງມີ Document in the Cloud ຫລືວ່າ ເອກະສານໃນລະບົບ Cloud, ເຊິ່ງເປັນຟີເຈີຂອງການຈັດການເອກະສານຕ່າງໆ ເຊິ່ງຈະຊິ້ງໄປອຸປະກອນທຸກໂຕທີ່ເຊື່ອມຕໍ່ດ້ວຍ ID ດຽວກັນ ບໍ່ວ່າຈະເປັນໄຟລ໌ເອກະສານ ຫລື ການແກ້ໄຂເອກະສານກໍ່ຕາມ. ຍົກຕົວຢ່າງ: ເມຶ່ອມີການສ້າງເອກະສານໃຫມ່ໃນ iPad ຜູ້ໃຊ້ທີ່ມີ iPhone ຫລື iPod  Touch ທີ່ໃຊ້ ID ດຽວກັນກໍ່ຈະມີເອກະສານນັ້ນປາກົດຂຶ້ນມາທັນທີ, ແລະໃນຂະນະດຽວກັນ ຫາກມີການແກ້ໄຂໄຟລ໌ເອກະສານຈາກ iPhone ໃນເຄື່ອງ iPad ແລະ ເຄື່ອງອືນໆກໍ່ຈະມີການປ່ຽນແປງໄປນຳກັນທັນທີໂດຍອັດຕະໂນມັດ.

ເທົ່ານັ້ນຍັງບໍ່ພໍ Apple ຍັງເພີ່ມຄວາມສາມາດໃຫມ່ທີ່ຊື່ວ່າ Photo Stream ທີ່ຈະເກັບຮູບ ແລະ ຊິ້ງໄປຍັງຸອຸປະກອນຕ່າງໆລວມເຖິງ Apple TV ອີກດ້ວຍ ເຊິ່ງຈະສາມາດເກັບຮູບໄດ້ສູງສຸດພຽງ 1000ຮູບໃນ Photo Stream ເຊິ່ງ Photo Stream ຈະຈັດເກັບສະເພາະ 1000ຮູບລ່າສຸດ ແລະຈັດເກັບໄດ້ດົນພຽງ 30ວັນເທົ່ານັ້ນ ແລະກໍ່ຈະຖືກລຶບອອກໄປໂດຍອັດຕະໂນມັດ(ຜູ້ໃຊ້ສາມາດຍ້າຍອອກໄປອັນລະບັ້ມທົ່ວໄປໄດ້).

ນອກນັ້ນທາງດ້ານຂອງ iTunes ໃນ iDevice ກໍ່ມີຍັງມີຄວາມສາມາດໃຫມ່ໆເຊັ່ນການກັບໄປດາວໂຫລດເພງເກົ້າທີ່ໄດ້ຊື້ໄວ້ກ່ອນຫນ້ານີ້ໃນອຸປະກອນອື່ນໆ ຜ່ານຮ້ານຄ້າ iTunes ໂດຍການເຂົ້າໄປທີ່ປຸ່ມ Purchased ແລ້ວກໍ່ຈະມີເພງເກົ່າໆທີ່ເຄີຍຊື້ໄວ້ກ່ອນຫນ້ານີ້ໃຫ້ເລືອກດາວໂຫລດ. ແລະໃນກໍ່ລະນີທີ່ຊື້ເພງໃຫມ່ທີ່ຍັງບໍ່ມີມາກ່ອນ ມັນກໍ່ຈະມີຕົວເລືອກວ່າຕ້ອງການສົ່ງໄປຍັງ iCloud ຫລືບໍ່ ຫາກເລືອກສົ່ງໄປ iCloud ມັນກໍ່ຈະດາວໂຫລດໄປຫາອຸປະກອນອື່ນໃຫ້ເອງໂດຍອັດຕະໂນມັດ. ສຳລັບຜູ້ທີ່ມີເພງຈາກ CD ຫລື DVD ຢູ່ແລ້ວກໍ່ຈະສາມາດມີນຳເອົາເພງເຫລົ່ານັ້ນໄປທຽບກັບເພງໃນ iTunes Store ຂອງ Apple ພຽງແຕ່ Rip ເພງພວກນັ້ນໄປທີ່ iTunes ແລ້ວມັນກໍ່ຈະມີການປຽບທຽບກັນໃຫ້ ຫາກເພງຂອງຜູ້ໃຊ້ມີຢູ່ໃນ iTunes Store ຂອງ Apple ມັນກໍ່ຈະໂອນໄປຍັງ iCloud ຂອງຜູ້ໃຊ້ໂດຍອັດຕະໂນມັດ ແລະບໍ່ຈຳເປັນຕ້ອງອັບໂຫລດຂຶ້ນໄປໃຫມ່, ແຕ່ໃນກໍລະນີທີ່ເພງຂອງຜູ້ໃຊ້ບໍ່ມີຂາຍໃນ iTunes ອັນນີ້ ມັນກໍ່ຈະອັບໂຫລດຂຶ້ນໄປຍັງ  iCloud ຂອງຜູ້ໃຊ້ (ອັນນີ້ບໍ່ແນ່ໃຈ), ແລະຫລັງຈາກການປຽບທຽບ ແລະອັບໂຫລດແລ້ວທາງ Apple ຈະອັບເກຼດເພງໃຫ້ເປັນ 256kbps AAC ໃຫ້ຟຼີ. ສຳລັບບໍລິການນີ້ Apple ເອີ້ນວ່າ iTunes Match ແລະ ຈະບໍ່ໃຫ້ໃຊ້ຟຼີເຊິ່ງຈະຕ້ອງຈ່າຍ $24.99 ຕໍ່ປີ ພ້ອມກັບພື້ນທີ່ບໍ່ຈຳກັດ.

ສຳລັບບໍລິການ iCloud ນີ້ Apple ຈະໃຫ້ຜູ້ໃຊ້ໄດ້ໃຊ້ກັນຟຼີໆ ແຕ່ມີພື້ນທີ່ຈຳກັດທີ່ 5GB ສຳລັບເອກະສານ, ຮູບແລະວິດີໂອຈາກກ້ອງ, ການຕັ້ງຄ່າ, ຂໍ້ມູນຂອງບັນຊີຜູ້ໃຊ້ ແລະ ກໍ່ຂໍ້ມູນໃນ App ເຊິ່ງພວກນີ້ຈະບໍ່ໄດ້ໃຊ້ຫລາຍ ແລະ Apple ຈະບໍ່ລວມ App, ເພງ, ປຶ້ມ, ແລະ Photo Stream ເຂົ້າກັບພື້ນທີ່ 5GB ທີ່ເອົາໃຫ້ ແຖມຍັງໃຫ້ຈັດເກັບຂໍ້ມູນພວກນີ້ໄດ້ຟຼີແບບບໍ່ຈຳກັດ ຍົກເວັ້ນ Photo Stream.

ທີ່ມາ – Apple


ລອງອ່ານກ່ຽວກັບ  Google ເປີດໂຕບໍລິການ Google Drive ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.