ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Cut The Rope ອອກເວີຊັ່ນສຳລັບ Android ແລ້ວ ຟຼີໃນ GetJar

Android Apps, ຂ່າວໄອທີ

 

ລ່າສຸດ Cut The Rope ເກມຍອດຮິດອີກເກມຫນຶ່ງທີ່ວາງຂາຍໃນ AppStore ສຳລັບ iOS ກໍ່ໄດ້ອອກເວີຊັ່ນສຳລັບ Android ແລ້ວໃນ GetJar.com ແລະຍັງບໍ່ທັນໄດ້ຂຶ້ນ ຫລືປ່ອຍໃຫ້ດາວໂຫລດຜ່ານ Android Market ເທຶ່ອ.

ສຳລັບ Cut The Rope ໃນ Android ນີ້ຈະປ່ອຍໃຫ້ດາວໂຫລດຟຼີ ໂດຍມີໂຄສະນາຕິດໃນເກມ (ຫາກບໍ່ໄດ້ເຊື່ອມອິນເຕີເນັດຈະບໍ່ເຫັນໂຄສະນາ). ສ່ວນໃນເລື່ອງຂອງເນຶ້ອຫາເກມກໍ່ເຂົ້າໃຈງ່າຍ ພຽງແຕ່ຫາວິທີຕັດເສືອກໃຫ້ຫມາກບານເຂົ້າໄປໃນປາກຂອງໂຕກົບ ໂດຍຈະມີການໄປຕຳເອົາດາວເພຶ່ອໃຫ້ໄດ້ຄະແນນ. ສຳລັບທ່ານຜູ້ອ່ານທ່ານໃດສົນໃຈຢາກທົດລອງຫລິ້ນກໍ່ສາມາດເຂົ້າໄປດາວໂຫລດໄດ້ຈາກ GetJar.com ຫລື ຈະຕາມລິ້ງທາງດ້ານລຸ່ມນີ້ກໍ່ໄດ້.

ອັບເດດ: ຕອນນີ້ສາມາດາວໂຫລດໄດ້ຈາກ Android Market ແລ້ວ ແຕ່ຕ້ອງໄດ້ຈົກຖົງຫນ້ອຍຫນຶ່ງເພາະເພີ່ນຂາຍ ໃນລາຄາ $0.99 ແລະສາມາດເຂົ້າໄປໄດ້ທີ່ ລິ້ງທາງດ້ານລຸ່ມເລີຍ.

ດາວໂຫລດຈາກ Android Market: https://market.android.com/details?id=com.zeptolab.ctr.paid

ດາວໂຫລດຈາກ GetJar.com : http://www.getjar.com/mobile/75206/cut-the-rope-free

ທີ່ມາ – GetJar

ລອງອ່ານກ່ຽວກັບ  Windows Live Messenger 2011 ເວີຊັ່ນເຕັມ ປ່ອຍໃຫ້ດາວນ໌ໂຫລດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.