ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ChromeBook ຈາກ Acer ແລະ Samsung ເລີ່ມເປີດໃຫ້ສັ່ງຈອງແລ້ວ

ຂ່າວໄອທີ

ລ່າສຸດ ChromeBook ຫລື ໂນດບຸກລະບົບປະຕິບັດການ Chrome ກໍ່ເລີ່ມອອກມາໃຫ້ສັ່ງຈອງກັນແລ້ວໃນ Amazon ແລະ Bestbuy. ເຊິ່ງ ChromeBook ທີ່ມາຈາກທັງສອງເຈົ້າຈະມີ ຄື: Acer Cromia ແລະ Samsung S Series ພ້ອມກັບລາຄາທີ່ເລີ່ມຕົ້ນຄ່ອນຂ້າງຢູ່ໃນລະດັບປານກາງ. ເຊິ່ງ Acer Cromia ຈະມາສີດຽວ ແລະ ສອງຕົວເລືອກຄື WIFI Only ລາຄາ $379 ແລະ WIFI + 3G  $449 ສຳລັບ Samsung S Series ຈະມາທັງຫມົດ ສອງສີຄືຂາວ ແລະ ດຳ ເຊິ່ງແຕ່ລະສີຈະມີສອງຕົວເລືອກຄື: WIFI Only ລາຄາ $429 ແລະ WIFI + 3G ລາຄາ $499 ທັງສອງສີລາຄາເທົ່າກັນ.

ທີ່ມາ – Google

ລອງອ່ານກ່ຽວກັບ  ສະຖິຕິໃຫມ່ຂອງເວັບໄຊຕ໌ YouTube ໃນວັນສະຫລອງຄົບຮອບ 6ປີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.