ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ARNOVA 7 ເປີດໂຕແທັບເລັດ ຂະຫນາດ 7ນິ້ວ ໃຊ້ Android 2.2 ລາຄາ $99

ຂ່າວໄອທີ, ແທັບເລັດ

ຫລັງຈາກທີ່ແທັບເລັດ Android ຂະຫນາດ 7ນິ້ວຫລາຍໂຕອອກມາ ກໍ່ບໍ່ໄດ້ຮັບຄວາມສົນໃຈ ຫລື ການຕອບຮັບທີ່ດີປານໃດ ເນື່ອງຈາກລາຄາທີ່ສູງເກືອບ ເທົ່າກັບແທັບເລັດ ທີ່ມີປະສິດທິພາບສູງ ກໍ່ເລີຍຖືກນຳເອົາໄປປຽບທຽບກັບ iPad. ແຕ່ລ່າສຸດ ທາງ ARNOVA ໄດ້ປະກາດເປີດໂຕແທັບເລັດຂອງຕົນເອງ ຊື່ ARNOVA 7 ທີ່ມີຂະຫນາດຫນ້າຈໍ 7ນິ້ວ ແລະ ໃຊ້ລະບົບປະຕິບັດການ Android 2.2 Froyo ແຕ່ຈຸດເດັ່ນຂອງ ARNOVA 7 ກໍ່ຄື: ລາຄາທີ່ຖືກທີ່ສຸດ ໂດຍມີລາຄາພຽງແຕ່ $99 ເທົ່ານັ້ນ.

ARNOVA 7 ເປັນແທັບເລັດທີ່ເຮັດອອກມາຂາຍ ໂດຍເນັ້ນຕະຫລາດລະດັບລຸ່ມສຸດ ຫລື ທືກສຸດ, ໂດຍແນໃສ່ຜູ້ໃຊ້ທົ່ວໄປ ທີ່ຕ້ອງການໃຊ້ ອິນເຕີເນັດ, ໃຊ້ງານ App ເລັກໆນ້ອຍ, ລວມເຖິງຄວາມບັນເທີງຕ່າງໆ ແຕ່ບໍ່ຢາກໄດ້ຈໍໃຫຍ່ກວ່າໂທລະສັບ ໂດຍທີ່ມີລາຄາບໍ່ແພງ. ສຳລັບສະເປັກຂອງ ARNOVA 7 ນີ້ ທາງ ARNOVA ຍັງບໍ່ໄດ້ບອກລາຍລະອຽດນອກຈາກ ມັນຈະມາກັບຫນ້າຈໍ 7ນິ້ວ ຄວາມລະອຽດ 800×480 pixels ເປັນຈໍ TFT LCD 16ລ້ານສີ, ມີຄວາມຈຳໃນໂຕຂະຫນາດ 4GB, ມີຊ່ອງໃສ່ Micro SDHC card ສຳລັບຄວາມຈຳເພີ່ມ, ຮອງຮັບ WiFi (802.11 b/g), ມີໄມ ແລະ ລຳໂພງໃນໂຕ, ຮອງຮັບ USB 2.0 ແລະຍັງສາມາດເປັນ USB ​Host ສຳລັບເຊື່ອມຕໍ່ກັບ Flash Drive, ຄີບອດ ແລະ ເມົ້າໄດ້, ນອກນັ້ນກໍ່ຍັງສາມາດຫລິ້ນວິດີໂອຄວາມລະອຽດສູງໄດ້ເຖິງ 720p ແລະ ເຮັດວຽກດ້ວຍລະບົບປະຕິບັດການ Android 2.2 Froyo.

ຢ່າງໃດກໍ່ຕາມ ARNOVA 7 ຈະບໍ່ມີກ້ອງຖ່າຍຮູບ ແລະ ບໍ່ຮອງຮັບການເຊື່ອມຕໍ່ຜ່ານ 3G ແຕ່ເບິງໃນທາງກັບກັນແລ້ວ ໃນລາຄາ $99 ຫລື ບໍ່ເຖິງ 1ລ້ານກີບ ມັນກໍ່ຄຸ້ມຄ່າແລ້ວ ກັບຄວາມສາມາດ ແລະ ສະເປັກຂອງ ARNOVA 7 ທີ່ກ່າວໄປຂ້າງຕົ້ນນັ້ນ. ສຳລັບລາຍລະອຽດຂອງວັນວາງຈຳຫນ່າຍນັ້ນ ຍັງບໍ່ທັນມີອອກມາ ເອົາເປັນວ່າທາງເວັບຈະພະຍາຍາມຕິດຕາມ ແທັບເລັດໂຕນີ້ຢ່າງຫນຽວແຫນ້ນ ແລ້ວຫາກອອກມາມື້ໃດກໍ່ຈະມາບອກໃຫ້ຟັງ.

ທີ່ມາ – ARNOVA

ລອງອ່ານກ່ຽວກັບ  ARCHOS G9 - Honeycomb (Android 3.1) ແທັບເລັດ ລາຄາປະຢັດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.