ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ອອກ iTunes ເວີຊັ່ນ 10.3beta ທີ່ຮອງຮັບ iCloud ແລ້ວ

ຂ່າວໄອທີ

ລ່າສຸດ Apple ກໍ່ປ່ອຍ iTunes ເວີຊັ່ນ 10.3 ລຸ້ນທົດສອບອອກມາໃຫ້ຜູ້ໃຊ້ໄດ້ດາວໂຫລດໄປທົດລອງໃຊ້ແລ້ວ, ເຊິ່ງໃນ iTunes 10.3beta ນີ້ ຫລັກໆໆແລ້ວ ກໍ່ຈະເນັ້ນເລື່ອງ Cloud ເຂົ້າມາເພີ່ມເທົ່ານັ້ນ, ເຊິ່ງຈະມີຕັ້ງແຕ່ ການດາວໂຫລດຜ່ານ iTunes ແລ້ວອັບເຂົ້າໄປໃນອຸປະກອນ iDevice ຕ່າງໆໄດ້ໂດຍຜ່ານ 3G ແລະ WIFI ໂດຍອັດຕະໂນມັດ.

ນອກນັ້ນກໍ່ຍັງມີຟີເຈີອີກຫນຶ່ງໂຕ ທີ່ຜູ້ຂຽນເອງຖືກໃຈ ແລະຢາກໃຫ້ມັນມີມາດົນແລ້ວ ກໍ່ຄື Past Purchased ເຊິ່ງຈະເປັນການເກັບປະຫວັດການດາວໂຫລດ ຫລື ຊື້ App ຂອງເຮົາໄວ້ ແລ້ວໃນເວລາທີ່ປ່ຽນຄອມພິວເຕີ ຫລື ອຸປະກອນໃຫມ່ ກໍ່ຈະສາມາດກັບໄປເລືອກດາວໂຫລດ App, ເພງ, ປຶ້ມ ແລະ ອື່ນໆໄດ້ ໂດຍບໍ່ຈຳເປັນຕ້ອງໄປຄົ້ນຫາ ຫລື ຈ່າຍເງິນເພີ່ມ ເພຶ່ອຊື້ໃຫມ່. ຈາກການສັງເກດແລ້ວ Apple ຈະໃຫ້ iTunes ເວີຊັ່ນໃຫມ່ນີ້ ເຮັດວຽກຄ້າຍໆກັບອຸປະກອນ iDevice ທຸກໂຕ ເຊິ່ງຈະບໍ່ໃຫ້ເປັນເປັນບ່ອນຈັດເກັບ ຫລື ຊິ້ງຂໍ້ມູນສຳລັບ iDevice ອີກຕໍ່ໄປ.

ສຳລັບຜູ້ໃຊ້ທີ່ຢາກລອງ iTunes 10.3beta ນີ້ສາມາດເຂົ້າໄປດາວໂຫລດໄດ້ທີ່ http://www.apple.com/itunes/download/ ເຊິ່ງຜູ້ທີ່ໃຊ້ເວີຊັ່ນເກົ່າກ່ອນຫນ້ານີ້ ກໍ່ຈະຍັງບໍ່ສາມາດອັບເດດໄດ້ ເນື່ອງຈາກ 10.3ຍັງເປັນລຸ້ນທົດສອບຢູ່. ເອົາເປັນວ່າ ໄປດາວໂຫລດມາໃຊ້ເພຶ່ອດາວໂຫລດ App ເກົ່າໆທີ່ເຄີຍຊື້ ຫລື ດາວໂຫລດໄວ້ ມາເກັບໄວ້ໃນເຄື່ອງກໍ່ແລ້ວກັນ.

ທີ່ມາ – Apple

ລອງອ່ານກ່ຽວກັບ  ລືແອບເປິ້ນຕຽມປ່ອຍ iOS 4.01 ແກ້ບັນຫາສັນຍານຕົກ iPhone 4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.