ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມູນຄ່າຫລັກສັບໂດຍລວມຂອງ Apple ສູງກວ່າ Microsoft ລວມກັບ Intel

ຂ່າວໄອທີ

ລ່າສຸດມີລາຍງານອອກມາວ່າ ໃນວັນສຸກ ທີ 3 ທີ່ຜ່ານມາຫຸ້ນຂອງບໍລິດສັດ Apple ປິດໂຕລົງຢູ່ທີ່ $343.38 ຕໍ່ຫນຶ່ງຫຸ້ນ ເຊິ່ງນັ້ນຫມາຍຄວາມວ່າມູນຄ່າຫລັກສັບໂດຍລວມຂອງບໍລິສັດ Apple ຈະສູງເຖິງ $317,600,000,000 ເຊິ່ງເປັນມູນຄ່າທີ່ທາງ Wall Street ເອີ້ນວ່າ “Market capitalization” ຫລື “Market cap”.

ແຕ່ໃນຂະນະດຽວກັນບໍລິສັດຍັກໃຫຍ່ຢ່າງ Microsoft ກໍ່ປິດໂຕລົງໂດຍມີມູນຄ່າຫລັກສັບຢູ່ທີ່ $201,590,000,000 ແລະກໍ່ Intel ປິດໂຕລົງທີ່ $115,210,000,000. ເຊິ່ງຫາກລວມມູນຄ່າຂອງ Microsoft  ກັບ Intel ເຂົ້າດ້ວຍກັນແລ້ວ ຈະມີມູນຄ່າຢູ່ທີ່ $316,800,000,000 ເຊິ່ງຍັງຫນ້ອຍກວ່າມູນຄ່າຫລັກສັບໂດຍລວມຂອງບໍລິສັດ Apple ທີ່ມີມູນຄ່າຢູ່ທີ່ $317,600,000,000.

ໃນການປິດຕະຫລາດຫຸ້ນໃນວັນສຸກທີ່ຜ່ານມາ ກໍ່ສ້າງປະກົດການໃຫມ່ໃຫ້ກັບວົງການ IT ຫລື Apple ເລີຍກໍ່ວ່າໄດ້ ເພາະນີ້ເປັນເທຶ່ອປະຫວັດສາດ ຫລື ເທຶ່ອທຳອິດທີ່ມູນຄ່າໂດຍລວມຂອງ Apple ສູງກວ່າ Microsoft ແລະ Intel ລວມກັນ. ຢ່າງໃດກໍ່ຕາມຈາກຂ່າວນີ້ກໍ່ເຮັດໃຫ້ຮູ້ວ່າ Apple ເປັນບໍລິດສັດທີ່ປະສົບຄວາມສຳເລັດສູງ ຫລັງຈາກການກັບມາບຸກເບີກບໍລິສັດໂດຍ Steve Jobs, ໂດຍສະເພາະຕອນນັ້ນຫຸ້ນຂອງ Apple ມີມູນຄ່າປະມານ $7.25 ຕໍ່ຫຸ້ນ ຈົນດຽວນີ້ຫຸ້ນຂອງ Apple ມີມູນຄ່າສູງເຖິງ $348.38 ຕໍ່ຫຸ້ນ.

ທີ່ມາ – ZDnet

ລອງອ່ານກ່ຽວກັບ  ແອບເປິ້ນຕຽມເປີດຕົວ Safari 5, Mac OS X 10.6.4 ເເລະ Xcode 4 ທີ່ງານ WWDC10

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.