ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Angry Birds ອອກເວີຊັ່ນສຳລັບ PC ແລ້ວ ພ້ອມລາຄາ $4.95

ຂ່າວໄອທີ

ກ່ອນຫນ້ານີ້ທາງ Rovio ກໍ່ອອກ Angry Birds ເວີຊັ່ນສຳລັບ Netbook ໃນ Intel App up, Mac OS X ແລະ Google Chrome ໄປແລ້ວ. ເບິງຄືຈະຄົບຖ້ວນແລ້ວ ແຕ່ຍັງບໍ່ຄົບ ເພາະໃນ PC ບາງລຸ້ນບໍ່ສາມາດຫລິ້ນ Angry Birds ທີ່ຊື້ຈາກ App Up ຂອງ intel ໄດ້ ເຊິ່ງປັນຫາອາດຈະເກິດຈາກຂະຫນາດຂອງຈໍ ແລະ ກາດຈໍ. ແຕ່ລ່າສຸດທາງ Rovio ກໍ່ໄດ້ອອກເກມ Angry Birds ສຳລັບຫລິ້ນເທິງ PC ແທ້ໆແລ້ວ ເຊິ່ງລຸ້ນນີ້ສາມາດຫລິ້ນໄດ້ກັບຄອມພິວເຕີທີ່ໃສ່ລະບົບປະຕິບັດການ Windows XP SP2 ຂຶ້ນໄປ.

ຢ່າງໃດກໍ່ຕາມ Angry Birds ສຳລັບ PC ນີ້ຍັງອອກມາພຽງແຕ່ສອງເວີຊັ່ນຄື: Angry Birds original ແລະ Angry Birds Rio. ສຳລັບ Angry Birds Season ນັ້ນຄາດວ່າຈະອອກມາຕາມຫລັງ ເຊິ່ງກໍ່ຍັງບໍ່ຮູ້ວ່າແມ່ນມື້ໃດ. Angry Birds ເທິງ PC ນີ້ລາຄາຈະຢູ່ທີ່ $4.95 ແຕ່ຜູ້ໃຊ້ສາມາດດາວໂຫລດລຸ້ນທົດລອງໄປລອງຫລິ້ນກ່ອນໄດ້ ແລ້ວຫາຕ້ອງການ Full Version ກໍ່ພຽງແຕ່ສັ່ງຊື້ ຜ່ານທາງເວັບໄຊຕ໌ຂອງ Rovio ໂດຍກົງ ແລ້ວຫລັງຈາກນັ້ນກໍ່ຈະໄດ້ຮັບ Email ເພຶ່ອປົດລັອກໄປເປັນ Full Version.

ສຳລັບຜູ້ທີ່ຢາກທົດລອງຫລິ້ນເວີຊັ່ນທົດລອງກໍ່ສາມາດເຂົ້າໄປດາວໂຫລດໄດ້ ຈາກລິ້ງທາງດ້ານລຸ່ມນີ້:

http://download.angrybirds.com/

 

ລອງອ່ານກ່ຽວກັບ  Angry Bird Rio ລົງໃນ OVI Store ສຳລັບ Nokia Symbian 3 ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.