ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Android Market ຈະກວດສອບຄວາມເປັນໄປໄດ້ຂອງ App ກັບ Android ຂອງທ່ານ

ຂ່າວດ່ວນ

ລ່າສຸດ Android Market ເທິງຫນ້າເວັບໄດ້ເພີ່ມຄວາມສາມາດໃຫມ່ທີ່ຈະກວດເຊັກອຸປະກອນ Android ຂອງທ່ານທີ່ໃຊ້ຢູ່ໃນເວລາທີ່ຄິກເຂົ້າໄປຫາ App ທີ່ຕ້ອງການດາວໂຫລດ. ເຊິ່ງໃນຂະນະທີ່ຜູ້ໃຊ້ຄິກເຂົ້າໄປໃນ App ທີ່ຕ້ອງການອ່ານລາຍລະອຽດ ເພີ່ມເຕີມ ຫລື ດາວໂຫລດນັ້ນກໍ່ຈະມີການກວດເຊັກ ກັບອຸປະກອນທີ່ທ່ານຜູກໄວ້ກັບ ບັນຊີຂອງທ່ານ ເຊິ່ງຫາກ App ທີ່ທ່ານກຳລັງອ່ານຢູ່ນັ້ນບໍ່ຮອງຮັບ ຫລື ບໍ່ເຫມາະສົມກັບອຸປະກອນ Android ຂອງທ່ານມັນກໍ່ຈະບອກອອກມາ ທາງດ້ານລຸ່ມລອງ Logo App ຫລື ບ່ອນຕິດຕັ້ງ.

ຄວາມສາມາດນີ້ຈະອອກມາຊ່ວຍແກ້ປັນຫາໃນຄວາມບໍ່ແນ່ໃຈວ່າອຸປະກອນທີ່ຕົນເອງໃຊ້ຢູ່ຈະຮອງຮັບ App ທີ່ໂຕເອງກຳລັງເລືອກຫລືບໍ່, ເຊິ່ງກໍ່ຜູ້ໃຊ້ກໍ່ຈະໄດ້ັຕັດສິນໃຈຖືກ ແລະ ບໍ່ເລືອກຊື້ App ທີ່ບໍ່ສາມາດໃຊ້ງານກັບອຸປະກອນ Android ຂອງຕົນ.

ທີ່ມາ – Android Market

ລອງອ່ານກ່ຽວກັບ  ຕິດຕັ້ງພາສາລາວໃຫ້ໂທລະສັບ ແລະ ແທັບເລັດ Galaxy ງ່າຍໆບໍ່ຕ້ອງ Root

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.