ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສຶກສາຄວາມຮູ້ເພີ່ມເຕີມກ່ຽວກັບ iPhone ກ່ອນທີ່ຈະຕັດສິນໃຈຊື້

ລາຍງານພິເສດ

ປະຕິເສດບໍ່ໄດ້ວ່າ ປະຈຸບັນໃນໂລກໄອທີ ໃຜໆກໍ່ຄົງຈະຮູ້ຈັກໂທລະສັບມືຖືຍີ້ຫໍ້ iPhone. ແຕ່ກໍ່ອາດຈະມີຫລາຍຄົນທີ່ຮູ້ຈັກແບບຜິວເຜີນເທົ່ານັ້ນ. ປະຈຸບັນ iPhone ໄດ້ອອກມາເຖິງລຸ້ນທີ 4 ແລ້ວ. ໂດຍລຸ້ນທຳອິດກໍ່ຄື iPhone 2G (iPhone Original) ເປັນລຸ້ນທຳອິດທີ່ອອກມາໃນປີ 2007, ແລ້ວຕໍ່ມາກໍ່ເປັນ iPhone 3G ທີ່ວາງຂາຍໃນປີ 2008, ຫລັງຈາກນັ້ນກໍ່ໄດ້ອອກ iPhone 3GS ໃນປີ 2009 ແລະລຸ້ນສຸດທ້າຍກໍ່ເປັນທີ່ຮູ້ຈັກກັນດີເພາະມັນຄື iPhone 4 ນັ້ນເອງທີ່ຫາກກໍ່ວາງຂາຍໄປໃນຊ່ວງກາງປີ 2010 ນີ້ເອງ.  ທຸກໆປີ  (2009-06-19)ທາງບໍລິສັດ Apple ຈະອອກ iPhone ລຸ້ນໃຫມ່ມາຫນຶ່ງລຸ້ນ ເຊິ່ງຈະປະກາດເປີດໂຕໃນຊ່ວງເດືອນ ມິຖຸນາ-ກໍລະກົດ ຂອງທຸກໆປີ.

ທ່ານຜູ້ອ່ານເຄີຍຮູ້ຫລືບໍ່ວ່າ iPhone ທີ່ເຮົາເຫັນວາງຂາຍໃນປະເທດລາວເຮົານັ້ນ ແມ່ນບໍ່ໄດ້ເປັນການວາງຂາຍຢ່າງເປັນທາງການຈາກບໍລິສັດ Apple ແລະ iPhone ດັ່ງກ່າວຈະມີສອງປະເພດຫລັກໆຄື: iPhone ທີ່ຖືກປົດລັອກມາຈາກ ບໍລິສັດ ຫລືບໍ່ໄດ້ຖືກລັອກມາກ່ອນ ເຄື່ອງປະເພດນີ້ ຜູ້ໃຊ້ສ່ວນໃຫຍ່ຈະຮຽກວ່າ Official Unlock ແລະ ປະເພດທີ່ສອງກໍ່ຄື iPhone ທີ່ຖືກລັອກມາກ່ອນ ແລ້ວນຳມາເຮັດການປົດລັອກໂດຍຜູ້ຂາຍເອງ. ກ່ອນອື່ນຕ້ອງອະທິບາຍກ່ອນວ່າ iPhone ທັງສອງປະເພດນີ້ ເປັນເຄື່ອງທີ່ຫິ້ວເຂົ້າມາວາງຂາຍ ຫລື ທີ່ຫລາຍຄົນຮຽກວ່າເຄື່ອງຫິ້ວ, ເນຶ່ອງຈາກທັງສອງປະເພດເປັນເຄື່ອງທີ່ຫິ້ວເຂົ້າມາວາງຂາຍ ສະນັ້ນ ທ່ານຈະບໍ່ໄດ້ຮັບການຮັບປະກັນໂດຍກົງຈາກບໍລິສັດ Apple.

ແຕ່ລະປະເພດມັນມີ ຂໍ້ດີ ແລະ ຂໍ້ເສຍ ຕ່າງກັນແນວໃດ?

iPhone ທີເປັນເຄື່ອງທີ່ປົດລັອກມາຈາກ ບໍລິສັດ (Official Unlock) ນັ້ນຈະສາມາດນຳໃຊ້ໄດ້ທຸກໆປະເທດທົວໂລກ ທີ່ມີຄື້ນຄວາມທີ່ຮອງຮັບ, ໂດຍບໍ່ຈຳເປັນຕ້ອງເຮັດການປົດລັອກ ຫລື Jailbreak ໃດໆເລີຍ. ນອກຈາກເຄື່ອງທີ່ເປັນ Official Unlock ຈະສາມາດໃຊ້ໄດ້ທຸກໆປະເທດທີ່ມີຄວາມທີ່ຮອງຮັບແລ້ວ, ຜູ້ໃຊ້ຍັງສາມາດອັບເດດ iPhone ໄດ້ທັນທີ ທີ່ມີການອັບເດດລະບົບປະຕິບັດການເປັນເວີຊັ່ນໃຫມ່ ໂດຍບໍ່ຕ້ອງມີຄວາມກັງວົນວ່າເຄື່ອງຈະລັອກ ຫລື ໃຊ້ງານບໍ່ໄດ້ ແລະຈະສາມາດອັບເດດໄດ້ໄປຈົນກວ່າ ທາງ Apple ຈະຍຸດການອັບເດດໃຫ້ກັບ iPhone ລຸ້ນນັ້ນໆ. ຂໍ້ເສຍຂອງ iPhone ປະເພດທີ່ເປັນ Official Unlock ນີ້ກໍ່ຄື ລາຄາຄ່ອນຂ້າງສູງ.

iPhone ປະເພດທີ່ຖືກລັອກມາກ່ອນ ຫລື ເປັນເຄື່ອງທີ່ນຳມາເຮັດການປົດລັອກໂດຍຜູ້ຂາຍເອງ. ເຄື່ອງປະເພດນີ້ ຈະເປັນ iPhone ທີ່ທາງຜູ້ໃຫ້ບໍລິການໂທລະສັບໃນຕ່າງປະເທດ ໄດ້ຂາຍແບບຜູກຕິດສັນຍາກັບລູກຄ້າ. ເຊິ່ງຈະສາມາດໃຊ້ໄດ້ສະເພາະໃນເຄຶ່ອຂ່າຍໃດເຄຶ່ອຂ່າຍຫນຶ່ງ ທີ່ນຳໄປວາງຈຳຫນ່າຍເທົ່ານັ້ນ, ເຊິ່ງຈະບໍ່ສາມາດນຳໄປໃສ່ຊິມ ຫລື ໃຊ້ກັບເຄຶ່ອຂ່າຍອື່ນໆໄດ້ ຈົນກວ່າຈະໄດ້ຮັບການປົດລັອກ. ການປົດລັອກທີ່ຜູ້ຂາຍໃນບ້ານເຮົາໃຊ້ກໍ່ຄື ການ Jailbreak ເພຶ່ອໃຫ້ຕິດ ແອັບພິເຄຊັ່ນ ທີ່ບໍ່ໄດ້ຮັບການອານຸຍາດຈາກທາງ Apple ລົງໄປໃນ iPhone ໄດ້ ໂດຍສະເພາະ ແອັບພິເຄຊັ່ນທີ່ໃຊ້ການປົດລັອກເຄື່ອງ iPhone. ເມຶ່ອມີການອັບເດດລະບົບປະຕິບັດການເວີຊັ່ນໃຫມ່ໃຫ້ກັບ iPhone, ຜູ້ໃຊ້ທີ່ໃຊ້ເຄືອງປະເພດນີ້ຢູ່ ກໍ່ຈະຕ້ອງຖ້າໃຫ້ມີເຄື່ອງມືສຳລັບ Jailbreak ແລະ ປົດລັອກອອກມາກ່ອນ ຈຶ່ງຈະສາມາດອັບເດດເປັນເວີຊັ່ນໃຫມ່ໄດ້, ແຕ່ຫາກມີການຫລົງໄປອັບເດດກ່ອນນັ້ນ iPhone ເຄື່ອງນັ້ນກໍ່ຈະກັບມາລັອກທັນທີ ແລະ ບໍ່ສາມາດໂທອອກໄດ້. ນອກຈາກນັ້ນແລ້ວ iPhone ທີ່ນຳມາປົດລັອກເອງໂດຍຜູ້ຂາຍນັ້ນ ກໍ່ຍັງຈະມີປັນຫາເລັກໆນ້ອຍໆຕາມມາສະເຫມີເຊັ່ນ: ແບັດເຕີລີ່ຫມົດໄວ, ສັນຍານບໍ່ຄ່ອຍດີ, ແລະອື່ນໆ. ແຕ່ຂໍ້ດີຂອງ iPhone ປະເພດນີ້ກໍ່ຄື ຈະມີລາຄາຖືກກວ່າປະເພດທີ່ເປັນ Official Unlock ເລັກນ້ອຍ.

ຈະຕ້ອງປະຕິບັດແນວໃດ ແລະ ປະເພດໃດເຮົາທີ່ຄວນເລືອກຊື້?

ສະຫລຸບງ່າຍໆເລີຍວ່າ ບໍ່ວ່າຜູ້ຂຽນເອງ ຫລື ທັງຜູ້ອ່ານວານລະສານສະບັບນີ້ ທຸກຄົນລ້ວນແຕ່ຢາກໃຊ້ຂອງດີ ທີ່ບໍ່ມີປັນຫາມາກວນໃຈ ໃຫ້ສົມກັບຈຳນວນເງິນທີ່ເສຍໄປ. ສະນັ້ນ ແນ່ນອນວ່າ ເຮົາຄວນເລືອກຊື້ iPhone ປະເພດທີ່ເປັນ Official Unlock ເຖິງລາຄາຈະແພງກວ່າ ແຕ່ມັນກໍ່ບໍ່ໄດ້ລຸດລື່ນກັນຫລາຍປານໃດ. ແຕ່ໃນການຊື້ນັ້ນ ຕ້ອງຖາມໃຫ້ລະອຽດວ່າ iPhone ທີ່ເຮົາກຳລັງຈະຊື້ນັ້ນ ເປັນເຄື່ອງປະເພດ Official Unlock ຫລືບໍ່? ແລະຕ້ອງໄດ້ຄຳຍືນຍັນຈາກຜູ້ຂາຍເປັນຢ່າງດີ. ພຽງເທົ່ານີ້ການໃຊ້ງານ iPhone ຂອງທ່ານກໍ່ຈະບໍ່ເປັນປັນຫາໃຫ້ທ່ານກັງວົນໃຈອີກຕໍ່ໄປ.

 

ລອງອ່ານກ່ຽວກັບ  Tim Cook ບອກ: ບໍ່ວັ່ນແທັບເລັດຕະກູນ Android ແລະ Windows

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ໃສ່ ຊິມ ຂອງແຕ່ລະເຄືອຄ່າຍລອງເບິ່ງ (ຖ້າໂທໄດ້ໝົດ) ກໍ່ແມ່ນ.

  1. ນຳໃຊ້ iphone ທີ່ບໍ່ໄດ້ Jailbreak ມັນກໍ່ບໍ່ຕ່າງຫຍັງກັບໃຊ້ລຸ້ນທຳມະດາ.

    1. ຂ້າພະເຈົ້າກໍ່ໃຊ້ແບບບໍ່ jailbreak ໃດທ່ານ. ແລະ ກໍ່ໃຊ້ສະຖຽນດີ, ມີຄຸນນະພາບເນຶ້ອກວ່າໂທລະສັບລຸ້ນທຳມະດາ. ເພາະຄວາມສາມາດມັນຢູ່ທີ່ App ແລະ App ທີ່ມີຄຸນນະພາບກໍ່ຄືແອັບທີ່ຕ້ອງເສຍເງິນ. ສ່ວນຫາກທ່ານ Jailbreak ເພຶ່ອລົງແອັບຯເຖືອນນັ້ນ ເຂົາເອີ້ນວ່າລະເມີດລິຂະສິດ.

      1. ຂອບໃຈທີ່ທ່ານມີຄຳເຫັນຕອບ,ຖ້າເວົ້າເຖິງເລື່ອງລະເມີດລິຂະສິດ ກໍ່ເຫັນວ່າໜ້າໜັກໃຈຫຼາຍ…ບາງທີຢາກຊຶ້ App ກໍ່ຍາກ (ເງິນຊື້ ມັນເປັນເລື້ອງນ້ອຍ ແຕ່ໄປເຮັດ ບັດນຳທະນາຄານ ມັນເປັນເລື້ອງໃຫຍ່) ຢ່າງນ້ອຍກໍ່ສຳ
        ລັບຜູ້ທີ່ບໍ່ຢູ່ໃນຕົວເມືອງ.Thank

          1. ຄັນວ່າງ່າຍຄືທ່ານວ່າ ກໍຊິ້ໄດ້ຫາຊື້ມາໃຊ້,ແຕ່ວ່າຫາຊື້ໄດ້ຢູ່ໃສ?ແລ້ວວິທີຊຶ້ App ຈະເຮັດແບບໃດ?ຂໍຄວາມຊ່ວຍເຫຼືອ ແນະນຳໃຫ້ດ້ວຍ.Thank

              1. ຮ້ານ Meshop ຄືຊິ້ຢູ່ວຽງຈັນພຸ້ນຕິ…ເຮັດແນວໃດຊິ້ໄດ້ຊື້,ຫຼື ວ່າທ່ານຊ່ວຍ scan ບັດໃຫ້ເບຶ່ງແດ່,ເພື່ອຈະຝາກໝູ່ຊື້ໃຫ້ (ແລ້ວລາຄາບັດລະເທົ່າໃດ?)
                ລົບກວນທ່ານ ຊ່ວຍຂ້າພະເຈົ້າແດ່,ທ່ານຄືຊິຢູ່ວຽງຈັນ ນໍ,ມີໂອກາດຂຶ້ນເມືອຈະສົມມະນາທ່ານ.Thank

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.