ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Youtube ເພີ່ມຫນັງຈຳນວນ 3000ເລື່ອງ ເຂົ້າໃນບໍລິການເຊົ່າຫນັງແລ້ວ

ຂ່າວໄອທີ

ກ່ອນຫນ້ານີ້ກໍ່ມີຂ່າວວ່າ Youtube ເລີ່ມຈະເປີດບໍໍລິການເຊົ່າຫນັງ ແລະ ເບິງຫນັງອອນໄລນ໌ ໃນເວລາບໍ່ດົນມານີ້, ແລະກໍ່ມີຫນັງຈຳນວນຫນຶ່ງທີ່ໃຫ້ຜູ້ໃຊ້ທົດລອງເຊົ່າ ແລະ ຮັບຊົມ ມີທັງຟຼີແລະຕ້ອງຈ່າຍເງິນ. ແຕ່ປະຈຸບັນທາງ Youtube ກໍ່ກຳລັງ ຫລື ເພີ່ມຫນັງຈຳນວນກວ່າ 3000ເລື່ອງ ເຂົ້າໄປໃນບໍລິການເຊົ່າຫນັງດັ່ງກ່າວແລ້ວ.

ຫນັງຈຳນວນດັ່ງກ່າວນັ້ນ ແມ່ນມາຈາກຄ້າຍຫນັງຍັກໃຫຍ່ສາມເຈົ້າຫລັກຄື: Universal, Sony, Warner Bros. ໃນຈຳນວນຫນັງທີ່ເພີ່ມເຂົ້າມານັ້ນກໍຈະມີຫນັງໃຫມ່ໆ ທີ່ຫາກໍ່ອອກມາຫລາຍເລື່ອງ ແລະພ້ອມໃຫ້ບໍລິການເຊັ່ນ: Inception, The King’s Speech, Little Fockers, The Green Hornet ແລະ Despicable Me. ໃນການເຊົ່າຫນັງແຕ່ລະເລື່ອງນັ້ນຈະມີຂອງແຖມ ເຊິ່ງເປັນວິດີໂອເບື້ອງຫລັງຂອງຫນັງ, ການສຳພາດນັກສະແດງ, ຜູ້ກຳກັບ ແລະອື່ນໆອີກຫລາຍຢ່າງ.

ປະຈຸບັນບໍລິການດັ່ງກ່າວພ້ອມໃຫ້ບໍລິການຢ່າງເປັນທາງການ ແລະ ເຕັມປະສິດທິພາບແລ້ວ, ແຕ່ຫນ້າເສຍດາຍຍັງມີໃຫ້ບໍລິການພຽງແຕ່ໃນອາເມລິກາເທົ່ານັ້ນ, ສຳລັບການເຂົ້າໄປເລືອກເຊົ່າຫນັງນັ້ນ ຜູ້ໃຊ້ສາມາດເຂົ້າໄປເລືອກເບິ່ງໄດ້ທີ່ http://www.youtube.com/movies

ທີ່ມາ – Youtube Blog ຜ່ານ Engadget

 

ລອງອ່ານກ່ຽວກັບ  Financial Times ຍົກໃຫ້ Steve Jobs ເປັນບຸກຄົນແຫ່ງປີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.