ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສະຖິຕິໃຫມ່ຂອງເວັບໄຊຕ໌ YouTube ໃນວັນສະຫລອງຄົບຮອບ 6ປີ

ຂ່າວໄອທີ

ລ່າສຸດທາງ Google ຫລື ຫນ່ວຍງານຂອງ YouTube ອອກມາປະກາດຜ່ານ Blog ເພຶ່ອສະຫລອງຄົບຮອບ 6 ປີຂອງ YouTube.com (25/05/2005 – 25/05/-2011). ເຊິ່ງໃນລາຍງານໄດ້ບອກໄວ້ວ່າ ປະຈຸບັນຜູ້ໃຊ້ໄດ້ອັບໂຫລດ Video ຂຶ້ນໄປຍັງ YouTube ລວມໆກັນແລ້ວທຸກໆ 1ນາທີ ມີວິດີໂອຍາວເຖິງ 48ຊົ່ວໂມງ ຖືກອັບໂຫລດຂຶ້ນໄປ ເຊິ່ງຫາກກັບໄປປຽບທຽບສະຖິຕິລ່າສຸດເມຶ່ອເດືອນພະຈິກ 2010 ທີ່ຜ່ານມາດ້ວຍຄວາມຍາວຂອງການອັບໂຫລດວິດີໂອຢູ່ທີ່ 35ຊົ່ວໂມງ ໃນທຸກໆຫນຶ່ງນາທີ ກໍ່ໄດ້ຍອດສະເລຍຂອງການຂະຫຍາຍໂຕຂຶ້ນຢູ່ທີ່ 37% ເຊິ່ງໃຊ້ເວລາພຽງ 6ເດືອນເທົ່ານັ້ນ (ສາມາດເບິງສະຖິຕິໃນເດືອນພະຈິກທີ່ຜ່ານມາໄດ້ ທີ່ນີ້).

ນອກຈາກຄວາມຍາວຂອງວິດີໂອ ທີ່ຖືກອັບໂຫລດຂຶ້ນໄປຍັງ YouTube ແລ້ວ, ໃນລາຍງານຍັງບອກອີກວ່າ ປະຈຸບັນມີຜູ້ໃຊ້ເຂົ້າຊົມເວັບໄຊຕ໌ລວມໆກັນແລ້ວປະມານ 3ພັນລ້ານຄັ້ງ ຕໍ່ມື້ ຫລື ທຸກໆມື້ມີຍອດຜູ້ເຂົ້າຊົມຄິບ ຫລື ວິດີໂອຕ່າງໆ ຈຳນວນ 3ພັນລ້ານຄັ້ງ. ເຊິ່ງກໍ່ແນ່ນອນວ່າເວັບໄຊຕ໌ YouTube ຍັງມີການຂະຫຍາຍໂຕຂຶ້ນໄປເລື້ອຍໆ ແລະ ກໍ່ເປັນຊ່ອງທາງຫນຶ່ງໃນການເຂົ້າຊົມວິດີໂອ, ລາຍການໂທລະທັດ, ເພງ ແລະ ອື່ນໆ ຄືກັບເບິງໂທລະທັດເລີຍກໍ່ວ່າໄດ້ (ຂະຫນາດຜູ້ຂຽນເອງຍັງຕ້ອງຕັ້ງໃຫ້ເປັນຫນ້າ Home ເລີຍ 😀 ).

ທີ່ມາ – YouTube Blog

ລອງອ່ານກ່ຽວກັບ  We Seed ມາຫລິ້ນຫຸ້ນ ອອນໄລນ໌ເພຶ່ອ ເອົາຄວາມຮູ້ ແລະ ປະສົບການ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.