ເລື່ອງລາວຂອງ TECH, STARTUP, ແລະ DIGITAL

WordPress ອອກເວີຊັ່ນ 3.2 beta ໃຫ້ຜູ້ໃຊ້ນຳໄປທົດລອງໃຊ້ແລ້ວ

ຂ່າວໄອທີ

ຫລັງຈາກທີ່ WordPress ອອກເວີຊັ່ນ 3.1 ມາພຽງເວລາບໍ່ເຖິງ 3ເດືອນ ແລະ ກໍ່ມີເວີຊັ່ນຍ່ອຍເພຶ່ອແກ້ຂໍ້ບົກພ່ອງຕ່າງໆອອກມາ, ລ່າສຸດ WordPress ໄດ້ອອກເວີຊັ່ນ 3.2 beta 1 ອອກມາໃຫ້ຜູ້ໃຊ້ໄດ້ນຳໄປທົດລອງໃຊ້ງານແລ້ວ. ເຊິ່ງໃນເວີຊັ່ນນີ້ຈະມີການປ່ຽນແປງຄັ້ງໃຫຍ່ຫລວງ ຂອງຫນ້າຕາໃນແຜງຄວບຄຸມ ຫລື ຫນ້າ Admin ໄປຫລາຍສົມຄວນ ແລະ ກໍ່ເປັນຕາໃຊ້ຂຶ້ນກວ່າເກົ່າ, ໃນ Admin bar ຈະມີການເພີ່ມລິ້ງເຂົ້າມາຫລາຍຂຶ້ນ ເພຶ່ອການເຂົ້າເຖິງເມນູຕ່າງໆໄດ້ໄວຂຶ້ນ ຈາກທຸກຫນ້າ.

ນອກນັ້ນໃນເວີຊັ່ນ 3.2 beta 1 ນີ້ຍັງມີການປັບປຸງ Theme ໂຕມາດຕະຖານ ຫລື ໂຕດັ້ງເດີມທີ່ມາກັບ WordPress ໃນແຕ່ລະເວີຊັ່ນຄື Twenty Eleven ໃຫມ່ ແລະ ຫນ້າຕາກໍ່ຫນ້າໃຊ້ຂຶ້ນເຊັ່ນກັນ, ໃນສ່ວນຂອງ Header ນັ້ນຈະສາມາດເລືອກໃນໂຫມດ Random ໄດ້.

ໃນ WordPress 3.2 beta ນີ້ຈະບໍ່ຮອງຮັບ Internet Explorer 6, ແລະລະບົບເຊີເວີ່ທີ່ຈະໃຊ້ງານ WordPress ລຸ້ນນີ້ໄດ້ຕ້ອງເປັນ  PHP 5.2.4 ແລະ MySQL 5.0. ສຳລັບນັກຂຽນບຼ໊ອກ ຫລື ສ້າງເວັບທີ່ຢາກລອງໃຊ້ WordPress 3.2 ລຸ້ນທົດສອບນີ້ກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່ http://wordpress.org/wordpress-3.2-beta1.zip ແຕ່ຈັງໃດກໍ່ບໍ່ແນະນຳໃຊ້ເປັນເວັບໂຕຈິງ ຫລື ເວັບທີ່ໃຊ້ງານແທ້ໆ ເພາະມັນອາດຈະຍັງມີບັນຫາຫລາຍຢ່າງ ລວມເຖິງຊ່ອງໂວ່ຄວາມປອດໄພອື່ນໆຢູ່.

ທີ່ມາ – WordPress

ລອງອ່ານກ່ຽວກັບ  Tumblr ມີຈຳນວນບຼ໊ອກຫລາຍແຊງຫນ້າ WordPress.com ໄປແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.