ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Turn Off LCD ໂປຼແກຼມນ້ອຍໆ ສຳລັບປິດຫນ້າຈໍຄອມພິວເຕີ່ ເພຶ່ອປະຢັດໄຟ

FREE WARE

ໃຜເຄີຍເຈີປັນຫາທີ່ຢາກປິດຫນ້າຈໍ ແຕ່ກໍ່ຢາກໃຫ້ຄອມຍັງເຮັດວຽກຕໍ່ໄປໄດ້ ເຊິ່ງວິທີນີ້ສຳລັບຄອມ ຕັ້ງໂຕ໊ະ ຫລື Desktop ສ່ວນໃຫຍ່ກໍ່ຈະປິດທີ່ສະວິກຂອງຫນ້າຈໍກໍ່ເປັນອັນຈົບ, ແຕ່ສຳລັບໂນ໊ດບຸກເດຈະເຮັດແນວໃດ, ຄືວ່າປັນຫານີ້ເກີດຂຶ້ນກັບຜູ້ຂຽນເອງ ທີ່ເວລານຳເອົາໂນດບຸກອອກໄປນອກບ້ານ ແລ້ວໃຊ້ເປີດຟັງເພງ ແລະກໍ່ປະໄວ້ຫລ້າໆ ເຊິ່ງກໍ່ຢາກປິດຫນ້າຈໍ ເພຶ່ອປະຢັດໄຟໃນໂນດບຸກ, ເຊິ່ງກໍ່ເປັນທີ່ຮູ້ກັນດີວ່າ ຫນ້າຈໍມັນກໍ່ເປັນສ່ວນຫລັກໆທີ່ໃຊ້ໄຟຫລາຍ ສະນັ້ນຖ້າຈະອາໃສ Screen Saver ມັນກໍ່ບໍ່ປິດສະຫນິດ ສະນັ້ນເລີຍຈະມາແນະນຳໂປຼແກຼມນ້ອຍໆໂຕຫນຶ່ງຊື່ວ່າ Turn Off LCD ໂປຼແກຼມສຳລັບປິດຫນ້າຈໍແບບສະຫນິດ ເພຶ່ອປະຢັດໄຟ.

ການເຮັດວຽກ ແລະການໃຊ້ງານຂອງ Turn Off LCD ກໍ່ເຂົ້າໃຈງ່າຍໆ ເພາະຫນ້າທີ່ຂອງມັກກໍ່ຄືປິດຫນ້າຈໍຂອງຄອມແບບສະຫນິດ (ດຳມືດບໍ່ມີໄຟ) ເພຶ່ອປະຢັດໄຟ ແລະຈະກັບຄືນມາເປີດຫນ້າຈໍຄືເກົ່າເມຶ່ອມີການເຫນັງເມົ້າ ຫລື ກົດຄີບອດ ຄ້າຍກັບການເຮັດວຽກຂອງ Screen Saver. ເຊິ່ງວິທີການໃຊ້ງານກໍ່ງ່າຍໆ ພຽງແຕ່ດາວໂຫລດໂປຼແກຼມດັ່ງກ່າວຕາມລິ້ງທາງລຸ່ມນີ້ ແລ້ວກໍ່ນຳໄປແຕກໄຟລ໌ ແລະ ກໍ່ເອົາໄປໄວ້ທີ່ຫນ້າ Desktop ຂອງທ່ານ ເມຶ່ອເວລາຕ້ອງການຢາກປິດຫນ້າຈໍກໍ່ພຽງແຕ່ຄິກເປີດ Turn Off LCD ຄືກັບການເປີດໃຊ້ໂປຼແກຼມທົ່ວໄປ. ເທົ່ານີ້ ຫນ້າຈໍຂອງໂນດບຸກຂອງທ່ານກໍ່ຈະຖືກປິດສະຫນິດ ແລະກໍ່ປະຢັດໄຟແລະຍືດການໃຊ້ງານ ແບັດເຕີລີ່ໃຫ້ໄດ້ດົນຂຶ້ນ.

ຮອງຮັບ: Windows 7, Windows Vista ແລະ Windows XP (Microsoft .NET Framework 2.0)

ດາວໂຫລດ – http://www.redmondpie.com/downloadscenter/TurnOffLCDv101.zip

ລອງອ່ານກ່ຽວກັບ  LookMobileOnNet ຊ່ວຍໃຫ້ທ່ານກວດເບີ ໂທເຂົ້າ-ອອກ ແລະ SMS ໃນ Android

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Lair Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.