ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Steve Ballmer ບອກ: ມີ Feature ໃຫມ່ຫລາຍກວ່າ 500ລາຍການໃນ Mango

ຂ່າວໄອທີ, ໂທລະສັບ

ລ່າສຸດໃນງານ Microsoft Developer Forum ຢູ່ປະເທດຢີປຸ່ນທີ່ Steve Ballmer ກໍ່ໄດ້ເຂົ້າຮ່ວມໃນງານດັ່ງກ່າວ. ເຊິ່ງໃນງານ Microsoft Developer Forum ນີ້ທາງ Steve Ballmer ຜູ້ບໍລິຫານ ຫລື CEO ຂອງ Microsoft ກໍ່ໄດ້ໃຫ້ຄຳຫມັ້ນສັນຍາວ່າ ໃນ Windows Phone ລຸ້ນຕໍ່ໄປທີ່ມີ CodeName ວ່າ Mango ນັ້ນ ຈະມາກັບ Feature ຫລືຄວາມສາມາດໃຫມ່ໆຫລາຍກວ່າ 500ລາຍການ.ເຊິ່ງການປະກາດເຖິງ Feature ໃຫມ່ໆທີຈະມາໃນ Windows Phone ລຸ້ນຕໍ່ໄປນີ້ ທາງ Microsoft ຫລື Steve Ballmer ເອງກໍ່ບໍ່ໄດ້ໂຊ ຫລື ນຳອອກມາເວົ້າຈັກຫລາຍການ.

ຢ່າງໃດກໍ່ຕາມ ໃນປະຈຸບັນ Windows Phone 7 ຍັງມີການຂະຫຍາຍໂຕທີ່ບໍ່ຊ່ຳໃດ ແລະ ຍັງບໍ່ໄດ້ຮັບຄວາມນິຍົມໃນຫມວດຜູ້ໃຊ້ທົ່ວໄປ ແຕ່ກໍ່ຫວັງວ່າເມຶ່ອ Windows Phone ລຸ້ນຕໍ່ໄປທິ່ກຳລັງຈະອອກມານີ້ ຈະສາມາດຍາດສ່ວນແບ່ງຕະຫລາດໄດ້ເພີ່ມຂຶ້ນ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ຂ່າວລື AOL ຈະຂາຍບໍລິສັດໃຫ້ ໄມ​ໂຄ​ຊອຟົທ໌

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.