ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung Galaxy S II ມີຍອດຂາຍເກີນລ້ານ ພາຍໃນ 30ວັນ ໃນເກົາຫລີໃຕ້

ຂ່າວດ່ວນ, ຂ່າວໄອທີ, ໂທລະສັບ

ກ່ອນຫນ້ານີ້ທາງເວັບຂອງເຮົາກໍ່ໄດ້ລາຍງານຍອດຂາຍສາມມື້ທຳອິດ ຂອງ Samsung Galaxy S II ໃນເກົາຫລີໃຕ້ໄປແລ້ວ ແລະ ມາຮອດປະຈຸບັນນີ້ກໍ່ຄົບຫນຶ່ງເດືອນຫລັງຈາກວາງຂາຍ, ແລະກໍ່ມີລາຍງານອອກມາວ່າ Samsung Galaxy S II ນີ້ມີຍອດຂາຍເກີນຫນຶ່ງລ້ານເຄື່ອງ ໃນເກົາຫລີໃຕ້ ໂດຍລວມຍອດຂາຍທັງຫມົດຜ່ານຜູ້ໃຫ້ບໍລິການທັງສາມເຈົ້າ ແລະໃຊ້ເວລາພຽງແຕ່ 30ວັນ ຫລື ຫນຶ່ງເດືອນຫລັງຈາກເລີ່ມຂາຍຢ່າງເປັນທາງການ.

ຢ່າງໃດກໍ່ຕາມ ສະຖິຕິຍອດຂາຍຫນຶ່ງລ້ານເຄື່ອງພາຍໃນ 30ວັນຂອງ Samsung Galaxy S II ນີ້ ສາມາດທຳລາຍສະຖິຕິເກົ່າຢ່າງ Samsung Galaxy S ທີ່ເຮັດຍອດຂາຍໄດ້ຫນຶ່ງລ້ານເຄື່ອງ ໂດຍໃຊ້ເວລາເຖິງ 70ວັນດ້ວຍກັນ ແລະ Samsung Galaxy S II ກໍ່ຍັງເປັນໂທລະສັບ ຫລື ສິນຄ້າທີ່ຂາຍດີແລະໄວທີ່ສຸດຂອງ Samsung ໃນເກົາຫລີໄຕ້ອີກດ້ວຍ.

Samsung Galaxy S II ຖືວ່າເປັນ Android Phone ທີ່ຫນ້າສົນໃຈ ແລະ ໄດ້ຮັບການຕອບຮັບສູງເລີຍກໍ່ວ່າໄດ້ ແລະ ຍັງຈະເປັນຄູ່ແຂ່ງຂອງ iPhone ຕໍ່ໄປ ພ້ອມກັບ ເປັນດາວປະດັບຂອງວົງການໂທລະສັບ Android ຕໍ່ໄປເລື້ອຍໆ.

ທີ່ມາ – Samsung Hub

ລອງອ່ານກ່ຽວກັບ  ChromeBook ຈາກ Acer ແລະ Samsung ເລີ່ມເປີດໃຫ້ສັ່ງຈອງແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.