ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ກຳລັງຈະວາງຈຳຫນ່າຍ Galaxy S Wifi 4.0 ແລະ 5.0 ແລ້ວ

ຂ່າວໄອທີ

ລາຍງານຂ່າວລ່າສຸດ ທາງບໍລິສັດ Samsung ໄດ້ກຳລັງຈະວາງຈຳຫນ່າຍອຸປະກອນເຄື່ອງຫລິ້ນມັນຕິມີເດຍ ລະບົບປະຕິບັດການ Android ສອງລຸ້ນ, ເຊິ່ງມີຊື່ວ່າ Galaxy S WiFi 4.0 ແລະ 5.0.

ສຳລັບ Galaxy S WiFi 4.0 ແລະ 5.0 ຈະມາລະບົບປະຕິບັດການ Android 2.2 ແລະ ພ້ອມສຳລັບການອັບເກຼດເປັນ Android 2.3 ໄດ້ໃນອານາຄົດ, ໃຊ້ຫນ່ວຍປະມວນຜົນ CPU 1GHz, ມີກ້ອງຫນ້າຄວາມລະອຽດລະດັບ VGA ແລະ ກ້ອງຫລັງມີຄວາມລະອຽດທີ່ 3.2ລ້ານພິກເຊວ, ນອກນັ້ນຄວາມຈຳໃນໂຕເຄື່ອງຈະມີສອງຂະຫນາດໃຫ້ເລືອກຄື 8GB ແລະ 16GB ພ້ອມກັບຊ່ອງໃສ່ເມັມໂມລີ່ເສີມ, ນອກນັ້ນກໍ່ຍັງຮອງຮັບການເຊື່ອມຕໍ່ໄຮ້ສາຍຢ່າງ WiFi ແລະ Bluetooth ອີກດ້ວຍ. ທັງສອງລຸ້ນມີສະເປັກທີ່ຄ້າງຄືກັນ ແຕ່ຈະແຕກຕ່າງກັນທີ່ຂະຫນາດຂອງຫນ້າຈໍຄື: Galaxy S WiFi 4.0 ຈະມີຫນ້າຈໍ 4ນິ້ວ ແລະ Galaxy S WiFi  5.0 ຈະມີຫນ້າຈໍ 5ນິ້ວ.

ເຊິ່ງການວາງຈຳຫນ່າຍຂອງ Galaxy S Wifi 4.0 ແລະ 5.0 ນີ້, ຈະເລີ່ມທີ່ປະເທດຣັດເຊຍ ໂດຍຈະວາງຂາຍ Galaxy S Wifi ລຸ້ນ 4.0 ແລະສຳລັບ Galaxy S Wifi 5.0 ນັ້ນ ຈະຖືກວາງຂາຍໃນປະເທດສະວິດເຊີແລນ. ສ່ວນໃນປະເທດອື່ນໆນັ້ນ ທາງ​ Samsung ບອກວ່າຈະເລີ່ມຂະຫຍາຍການວາງຈຳຫນ່າຍໄປປະເທດອື່ນໆໃນໄວໆນີ້ເຊັ່ນກັນ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ນີ້ຫລື Samsung Nexus S ທີ່ Samsung ຜະລິດໃຫ້ກັບ Google

Souliyo

Co-Founder and CTO of BIZGITAL and LOCA

Comments
        1. ມັນບໍ່ມີນະ ມັນເປັນ Galaxy S ທີ່ໂທບໍ່ໄດ້ ເວົ້າງ່າຍໆກໍ່ຄືກັບ iPhone ກັບ iPod touch ນັ້ນລະ

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.