ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung Galaxy S II ຂາຍໄດ້ 120,000 ເຄື່ອງ ໃນເວລາ3ມື້ ທີ່ເກົາຫລີໃຕ້

ຂ່າວໄອທີ, ໂທລະສັບ

ລ່າສຸດມີລາຍງານຈາກເວັບໄຊຕ໌ TheNextWeb ໄດ້ລາຍງານວ່າ Samsung Galaxy S II ມີຍອດຂາຍສູງເຖິງ 120,000 ເຄື່ອງພາຍໃນເວລາ 3ມື້ຫລັງເລີ່ມວາງຈຳຫນ່າຍໃນເກົາຫລີໃຕ້. ໂດຍການວາງຈຳຫນ່າຍ Samsung Galaxy S II ເທຶ່ອນີ້ ແມ່ນໄດ້ວາງຂາຍກັບສາມຜູ້ໃຫ້ບໍລິການໂທລະສັບລາຍໃຫຍ່ໃນເກົາຫລີໃຕ້, ເຊິ່ງລາຍໃຫຍ່ສຸດຄື SK Telecom ມີຍອດການເປີດໃຊ້ ຫລື ຍອດຂາຍເຖິງ 65,000ເຄື່ອງ, ຮອງລົງມາແມ່ນ KT Corp ເຮັດຍອດຂາຍໄດ້ 40,000ເຄື່ອງ ແລະ LG Uplus Corp ມີຍອດຂາຍທີ່ 15,000ເຄື່ອງ.

ຢ່າງໃດກໍ່ຕາມຍອດຂາຍດັ່ງກ່າວຖືວ່າຫ່າງຈາກ Galaxy S ລຸ້ນທຳອິດຫລາຍ ເນື່ອງມາຈາກ Galaxy S ລຸ້ນທຳອິດໄດ້ວາງຂາຍກັບຜູ້ໃຫ້ບໍລິການພຽງເຈົ້າດຽວເທົ່ານັ້ນ ເຊິ່ງໃນເວລາສາມມື້ ຂາຍໄດ້ 50.000ເຄື່ອງ. ນອກຈາກຍອດຂາຍ ຂອງ Galaxy S II ຈະຂາຍໄດ້ 120,000ເຄື່ອງແລ້ວ, ກໍ່ຍັງມີຍອດການສັ່ງຈອງທີ່ສູງພໍສົມຄວນ ເພາະກ່ອນເປີດໂຕນັ້ນ Galaxy S II ມີຍອດຈອງສູງປະມານ 270,000ເຄື່ອງ, ແລະທາງ Samsung ເອງກໍ່ຄາດການໄວ້ວ່າ ຈະສາມາດຂາຍ Galaxy S II ໄດ້ເຖິງ​ 10ລ້ານເຄື່ອງພາຍໃນປີນີ້, ເຊິ່ງກໍ່ອາດຈະເປັນໄປໄດ້ສູງ ເພາະ Samsung ມີການຮ່ວມກັບຜູ້ໃຫ້ບໍລິການໂທລະສັບຫລາຍກວ່າ 140ເຈົ້າ ໃນທັງຫມົດ 120ປະເທດ.

ທີ່ມາ – TheNextWeb

ລອງອ່ານກ່ຽວກັບ  Youtube ເພີ່ມອັດຕາຄວາມຍາວຂອງ ວິດີໂອ ເປັນ 15ນາທີແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.