ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Rim ເປີດໂຕ Blackberry Bold 9900 ແລະ Bold 9930 ແລ້ວ

ຂ່າວໄອທີ, ໂທລະສັບ

ລາຍງານຂ່າວລ່າສຸດ RIM ໄດ້ເປີດໂຕໂທລະສັບ Blackberry ຈຳນວນສອງລຸ້ນທີ່ມີຫນ້າຕາຄ້າຍຄືກັນຄື: BlackBerry Bold 9900 ແລະ 9930. ເຊິ່ງໃນສອງລຸ້ນນີ້ຈະມາກັບຫນ້າຈໍສຳພັດຂະຫນາດ 2.8ນິ້ວ ແລະ QwertyKeyboard, CPU ຄວາມໄວ 1.2GHz ພ້ອມກັບມີ GPU ໃນໂຕ, ໃຊ້ Ram 768MB, ຄວາມຈຳໃນໂຕຂະຫນາດ 8GB ແລະ ສາມາດເພີ່ມ Memory ໄດ້ສູງສຸດເຖິງ 32GB, ມີກ້ອງຫນຶ່ງໂຕດ້ານຫລັງຄວາມລະອຽດ 5ລ້ານພິກເຊວ ສາມາດບັນທຶກວິດີໂອລະດັບ HD ໄດ້ ແລະກໍ່ມີ WiFi b/g/n ພ້ອມທັງ Bluetooth ແລະ NFC ອີກດ້ວຍ.

ນອກຈາກສະເປັກຈະແຮງແລ້ວ ໂຕເຄື່ອງຂອງ BlackBerry Bold 9900 ແລະ 9930 ຍັງເປັນເຄື່ອງທີ່ບາງທີ່ສຸດທີ່ RIM ເຄີຍເຮັດມາ, ເຊິ່ງມີຄວາມຫນາພຽງແຕ່ 10.5ມມ ເທົ່ານັ້ນ, ແລະ ຍັງຈະມາກັບລະບົບປະຕິບັດການໂຕໃຫມ່ລ່າສຸດຢ່າງ BlackBerry 7 OS ທີ່ກຳລັງຈະອອກມາໃນໃຫ້ເຫັນໃນໄວໆນີ້. ແລະທາງ RIM ກໍ່ບອກວ່າ BlackBerry 7 OS ນີ້ມີປະສິດທິພາບສູງເຮັດວຽກໄດ້ລ່ຽນໄຫລດີ, ພ້ອມກັບບຼາວເຊີ່ທີ່ມີຄວາມແຮງ ແລະຮອງຮັບ Video HTML5 ອີກດ້ວຍ.

ຄວາມແຕກຕ່າງຂອງໂທລະສັບສອງລຸ້ນນີ້ຄື BlackBerry Bold 9900 ຈະຮອງຮັບ GSM/UMTS 3G ແລະ 4G ພ້ອມກັບ HSPA+ ຄວາມໄວ 14.4Mbp, ແລະສຳລັບ BlackBerry Bold 9930 ຈະຮອງຮັບທັງລະບົບ CDMA ຄວາມຖີ່ 850/1900 ແລະ Quad Band GSM/GPRS/EDGE.

ຢາງໃດກໍ່ຕາມ BlackBerry Bold 9900 ແລະ 9930 ຈະຍັງບໍ່ທັນມີວາງຂາຍໃນໃນປະຈຸບັນ, ເພາະທາງ RIM ໄດ້ບອກໄວ້ວ່າ ຫນ້າຈະເລີ່ມວາງຂາຍທົ່ວໂລກ ໃນຊ່ວງໄຕມາດທີ 3ຂອງປີນີ້ຢ່າງແນ່ນອນ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ຕົວຢ່າງໜັງເລື່ອງຂອງ " The Social Network " ມາແລ້ວ!

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຍາມໃດເດຈຶ່ງສິເຫັນ RIM ຍັດກອ້ງຫນ້າລົງໃສ່ BB ຮອງຮັບ 3G 4G ບໍ່ມີກ້ອງຫນ້າກະປານວ່າ ຄັນມີກ້ອງຫນ້າມານີ້ລະແມ່ນແຈ່ມເລີຍ

    1. ເຂົາຄົງມີເຫດຜົນຂອງກະເຈົ້າ ການໃສ່ກ້ອງເຂົ້າມາບໍ່ແມ່ນເລື່ອງຍາກດອກ

  2. ເສຍດາຍແຕ່ ແບລັກເບີຣ໌ຣີ້ ບໍ່ມີເຄືອຂ່າຍຢູ່ລາວນໍ້, ຖ້າມີນີ້ຈະຫາມາໃຊ້ຈັກໜ່ວຍ…

Leave a Reply to ອ໊ອດ ອ໊ອດ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.